ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: EPA/ TTXVN)
(vovworld) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ອອກຄຳສັ່ງເພີ່ມທະວີກຳລັງນິວເຄຼຍຍຸດທະສາດຂອງປະເທດນີ້ ດ້ວຍການປັບປຸງບັນດາລະບົບລູກສອນໄຟທີ່ມີຄວາມສາມາດຮັບມືກັບບໍ່ວ່າລະບົບປ້ອງກັນລູກສອນໄຟໃດໆໃນປະຈຸບັນ ແລະ ໃນອະນາຄົດ. ກ່າວຄຳເຫັນໃນວັນທີ 22/12 ທີ່ກອງປະຊຸມຂອງຄະນະຊີ້ນຳກະຊວງປ້ອງກັນປະເທດ ລັດເຊຍ, ຜູ້ບັນຊາການສູງສຸດບັນດາກຳລັງປະກອບອາວຸດສະຫະພັນ ລັດເຊຍ ຮຽກຮ້ອງສຸມໃສ່ແກ້ໄຂບັນດາບັນຫາແກ່ນສານ, ໃນນັ້ນ ຄວນປັບປຸງຄວາມສາມາດບົ່ມຊ້ອນສູ້ຮົບຂອງບັນດາກຳລັງນິວເຄຼຍຍຸດທະສາດ, ກ່ອນອື່ນໝົດແມ່ນບັນດາລະບົບລູກສອນໄຟທີ່ມີຄວາມສາມາດຮັບມືກັບຕໍ່ບັນດາລະບົບປ້ອງກັນລູກສອນໄຟໃນປະຈຸບັນ ແລະ ໃນອະນາຄົດ. ທ່ານປະທານາທິບໍດີ Putin ຖືວ່າ: ບັນດາກຳລັງປອດນິວເຄຼຍຍຸດທະສາດຄວນໄດ້ຮັບການເພີ່ມທະວີກ່ຽວກັບຄຸນນະພາບ ເພື່ອເຮັດໃຫ້ໄພນາບຂູ່ດ້ານການທະຫານທັງໝົດຕໍ່ ລັດເຊຍ ໝົດຄວາມສັກສິດ.