ປະທານາທິບໍດີສ. Seychelles ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ປະທານາທິບໍດີສ. Seychelles ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel
(ພາບ: cadn.com.vn)

(vovworld) - ​ວັນ​ທີ 28 ສິງຫາ, ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 28 – 29 ສິງຫາ. ການ​ຢ້ຽມຢາມ ​ແມ່ນ​ເຫດການ​ສຳຄັນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ສ. Seychelles ຍິ່ງກວ່າ​ອີກ. ຫວຽດນາມ ​ແລະ ສ. Seychelles ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​​ເມື່ອ​ວັນ​ທີ 16 ສິງຫາ 1979. ການ​ຢ້ຽມຢາມຫວຽດນາມ ​​ຂອງ ທ່ານ​ປະທານາທິບໍດີ​ສ. Seychelles ຢ່າງ​ເປັນ​ທາງການຄັ້ງ​ນີ້ ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ 2 ຝ່າຍ, ກໍ່​ຄື​ສ້າງ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່ 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຕ້ອງການ​ຄື ການທ່ອງ​ທ່ຽວ, ອາຊີບການ​ປະ​ມົງ, ກະສິກຳ, ສິ່ງ​ແວດ​ລ້ອມ...

ຂ່າວ/ບົດ​ອື່ນ