ປະທານາທິບໍດີອີຣານ ຮຽກຮ້ອງການເຄົາລົບ ຂອງປະຊາຄົມໂລກ

ປະທານາທິບໍດີອີຣານ ຮຽກຮ້ອງການເຄົາລົບ ຂອງປະຊາຄົມໂລກ - ảnh 1

(ພາບ:pda.vietbao.vn)

(vovworld)- ​ໃນ​ຄຳ​ປະກາດ​ທຳ​ອິດພາຍ​ຫລັງ​ຍາ​ດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີອີຣານ​ ​ເມື່ອ​ວັນ​ທີ 15/6, ປະທານ​ນາ​ທິບໍດີ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ Hassan Rohani ​ໃຫ້​ຮູ້​ວ່າ: ​ເລື່ອງ​ທ່ານໄດ້​ຮັບ​ການ​ເລືອກ​ຕັ້ງແມ່ນ “​ໄຊຊະນະ​ຂອງ​ລັດທິ​ໄກ່​ເກ່ຍປອງ​ດອງ​ຕໍ່​ລັດທິ​ຫົວ​ຮຸນ​ແຮງ” ພ້ອມ​ທັງຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຕ້ອງເຄົາລົບ​ອີຣານ ​ແລະ ຮັບ​ຮູ້​ບັນດາ​ສິດ​ຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ທາງ​ໂທລະພາບ, ທ່ານ Hassan Rohani ຢືນຢັນ​ວ່າ: ປະ​ເທດ ສ.​ອິດ​ຊະລາ​ມ ​ແລະ ບັນ​ດາປະ​ເທດ​ມະຫາ​ອຳນາດ​ອາດ​ຈະ “​ເປີດ​ກ້ວາງ​ການ​ພົວພັນ​ອີງ​ບົນ​ຄວາມ​ເຄົາລົບ​ຊື່​ງກັນ ​ແລ​ະ ກັນ” ​ແລະ “ສ້າງສັນ​ຕິ​ພາບ, ຄວາມ​ສະ​ຫົງ​ບປອດ​ໄພ ​ແລະ ການ​ພັດທະນ​ໃນ​ໂລກ ​ແລະ ພາກ​ພື້ນ”.

   ພາຍຫລັງ​ທີ່​ທ່ານ Hassan Rohani ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນປະທານາທິບໍດີ​ອີຣານ, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ຝາກ​ຄຳ​ອວຍພອນ​ໄປ​ຍັງ​ທ່ານ Hassan Rohani ພ້ອມ​ທັງ​ຊຸກຍູ້​ໃຫ້​ເຕ​ເຮຣານ ຕ້ອງ​ມີ​ບົດບາດ​ “ສ້າງສັນ” ​ໃນ​ບັນດາ​ບັນຫາ​ພາກພື້ນ ​ແລະ ສາກົນ. ​ໃນ​ວັນ​ດຽວ​ກັນ, ອາ​ເມ​ລິ​ກາ ປະກາດ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າຮ່ວມ​ການ​ເຈລະຈາ​ໂດຍ​ກົງ​ກັບ​ລັດຖະບານ​ອີຣານ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ກໍ່​ການ​ໂຕ້​ຖຽງ​ກັນ​ຂອງ​ປະ​ເທ​ດນີ້ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້ “ມາດ​ຕະການ​ທາງ​ການ​ທູດ​ແກ້​ໄຂ​ຄວາມ​ວິ​ຕົກ​ກັງວົນ​ຂອງ​ປະຊາ​ຄົມ​ໂລກກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ”.

ຂ່າວ/ບົດ​ອື່ນ