ປະທານາທິບໍດີອາເມລິກາ ຕີລາຄາສູງເລື່ອງ ສປປ ເກົາຫຼີ ມ້າງຮື້ສະຖານທີ່ທົດລອງລູກສອນໄຟ

(VOVWORLD) -ວັນທີ 24 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ໃຫ້ການຊົມເຊີຍຕໍ່ບັນດາຂໍ້ມູນຂ່າວສານ ທີ່ຖືວ່າ ສປປ.ເກົາຫຼີ ໄດ້ເລີ່ມຕົ້ນການມ້າງຮື້ຮາກຖານ ທີ່ໄດ້ຮັບຖືວ່າ ແມ່ນເດີ່ນທົດລອງລູກສອນໄຟນໍາວິຖີຂ້າມທະວີບ. 

ປະທານາທິບໍດີອາເມລິກາ ຕີລາຄາສູງເລື່ອງ ສປປ ເກົາຫຼີ ມ້າງຮື້ສະຖານທີ່ທົດລອງລູກສອນໄຟ - ảnh 1 ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ

(ພາບ:Reuters)

ກ່າວຄໍາເຫັນຕໍ່ບັນດາອະດີດນັກຮົບອາເມລິກາ ຢູ່ Kansas, ລັດ Missouri, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ຮູບພາບດາວທຽມໃໝ່ ໄດ້ຊີ້ໃຫ້ເຫັນວ່າ ສປປ ເກົາຫຼີ ໄດ້ເລີ່ມຕົ້ນປະຕິບັດການ ມ້າງຮື້ເດີ່ນທົດລອງລູກສອນໄຟ ທີ່ສໍາຄັນ ແລະ ລັດຖະບານ ອາເມລິກາ ກໍໄດ້ຕີລາຄາສູງຕໍ່ສິ່ງດັ່ງກ່າວ.

        ກໍໃນວັນດຽວກັນ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ຖະແຫຼງວ່າ ບັນດາຂໍ້ມູນຂ່າວ ທີ່ຖືວ່າ ພຽງຢາງໄດ້ເລີ່ມຕົ້ນການ ມ້າງຮື້ບັນດາຮາກຖານຢູ່ເດີ່ນ ທົດລອງ ທີ່ໄດ້ນໍາໃຊ້ແມ່ນເພື່ອພັດທະນາກົນຈັກໃຫ້ແກ່ລູກສອນໄຟນໍາວິຖີ, “ທັງໝົົດເຫຼົ່ານັ້ນ ແມ່ນເໝາະສົມກັບຄໍາໝັ້ນສັນຍາ” ໂດຍການນໍາ ສປປ ເກົາຫຼີ Kim Jong Un ໄດ້ຍົກອອກມາໃນກອງປະຊຸມສຸດຍອດກັບທ່ານປະທານາທິບໍດີ Trump ເມື່ອເດືອນມິຖຸນາທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ