ປະທານາທິບໍດີອາເມລິກາຍົກກູບາອອກຈາກບັນຊີລາຍຊື່ອຸປະຖຳການກໍ່ການຮ້າຍຢ່າງເປັນທາງການ

ປະທານາທິບໍດີອາເມລິກາຍົກກູບາອອກຈາກບັນຊີລາຍຊື່ອຸປະຖຳການກໍ່ການຮ້າຍຢ່າງເປັນທາງການ - ảnh 1
ການ​ນຳ ກູ​ບາ - ອາ​ເມ​ລິ​ກາ ໄດ້​ພົບ​ປະ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ
(ພາບ: laodong.com.vn)

(vovworld) - ​ ​​​ວັນ​ທີ 14/4, ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ຍົກ ກູ​ບາ ອອກ​ຈາກ​ບັນ​ຊີ​ລາຍ​ບັນ​ດາ​ປະ​ເທດ​ອຸ​ປະ​ຖຳ​ການກໍ່​ການ​ຮ້າຍ​ຢ່າງ​ເປັນ​ທາງ​ການ. ໃນ​ສານ​ທີ່​ໄດ້​ຍົກ​ອອກ​ໃນ​ວັນ​ດຽວ​ກັນຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ທີ່ຝາ​ກ​ເຖິງ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໄດ້ປະ​ກາດ​ວ່າ: ໃນ​ຮອບ​ເວ​ລາ 6 ເດືອນ​ຜ່ານ​ມາ, ລັດ​ຖະ​ບານ ກູ​ບາ ບໍ່​ໄດ້​ສະ​ໜອງບໍ່​ວ່າ​ການ​ສະ​ໜັບ​ສະ​ໜູນ​ໃດໆ​​​ໃຫ້ລັດ​ທິກໍ່​ການ​ຮ້າຍ​ສາ​ກົນ ແລະ ລາ​ຮາ​ວານ ກໍ່​​ຄືມີ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຈະ​ບໍ່​ສະ​ໜັບ​ສະ​ໜູນບໍ່​ວ່າ​ການ​ກະ​ທຳ​ກໍ່​ການ​ຮ້າຍ​ສາ​ກົນ​ໃດໆ​ໃນ​ອະ​ນາ​ຄົດ. ຕາມ​ທ່ານ Obama ແລ້ວ, ບົນ​ພື້ນ​ຖານການກວດ​ກາ ແລະ ​ຕີ​ລາ​ຄ​າ​ຄືນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ເລື່ອງ​ສືບ​ຕໍ່​​ຈັດ ກູ​ບາ ​ເຂົ້າໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ອຸ​ປະ​ຖຳ​ການ​ກໍ່​ການ​ຮ້າຍ​ແມ່ນ​​ການແຕະ​ຕ້ອງ​ເຖິງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ ກູ​ບາ, ​ທັງ​ແມ່​ນ​ຮົວ​ກີດ​ຂວາງ​ໃຫຍ່​ສຳ​ລັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປ​ັບ​ປຸງ​ການ​ພົວ​ພັນ​ລະ​ຫວ່​າງ ວໍ​ຊິງ​ຕັນ ແລະ ລາ​ຮາ​ວານ. ນີ້ກໍ່​ແມ່ນ​ບາດ​ກ້າວ​ສຳ​ຄັນ ເປີດ​ຊ່ອງ​ທາງ​ໃຫ້​ແກ່​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ທັງ 2 ຝ່າຍ​ແມ່ນ​ເປີດ​ສະ​ຖານ​ທູ​ດ​ຢູ່​ນະ​ຄອນຫຼວງ 2 ປະ​ເທດ​ໂດຍ​ໄວ. ຕາມ​ກົດ​ໝາຍ​ແລ້ວ, ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຈະ​ມີ​ເວ​ລາ 45 ວັນ​ເພື່ອ​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama.


ຂ່າວ/ບົດ​ອື່ນ