ປະທານາທິບໍດີອາເມລິກາຍົກເລີກແຜນການໄປຢ້ຽມຢາມສປປ.ເກົາຫຼີຂອງລັດຖະມົນຕີການຕ່າງປະເທດ

(VOVWORLD) -ວັນທີ 24 ສິງຫາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຍົກເລີກແຜນການຢ້ຽມຢາມພຽງຢາງ ໃນທ້າຍອາທິດຈະມາເຖິງຂອງທ່ານລັດຖະມົນຕີການຕ່າງປະເທດ Mike Pompeo, ພ້ອມທັງຕຳໜິຕິຕຽນຈີນ ກ່ຽວກັບບັນດາຄວາມມານະພະຍາຍາມປອດນິວເຄຼຍໃນແຫຼມເກົາຫຼີ.

ປະທານາທິບໍດີອາເມລິກາຍົກເລີກແຜນການໄປຢ້ຽມຢາມສປປ.ເກົາຫຼີຂອງລັດຖະມົນຕີການຕ່າງປະເທດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo

(ພາບ: Nation Review)

ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຍັງຈະໄປສປປ.ເກົາຫຼີ ໃນອະນາຄົດອັນໃກ້ໆນີ້ ເມື່ອການພົວພັນດ້ານການຄ້າລະຫວ່າງອາເມລິກາ - ຈີນ ໄດ້ຮັບການແກ້ໄຂ. ທ່ານປະທານາທິບໍດີ Donald Trump ກໍຝາກຄຳຢື້ຢາມຖາມຂ່າວເຖິງການນຳສປປ.ເກົາຫຼີ Kim Jong un ແລະ ປາດຖະໜາຈະໄດ້ພົບປະກັບການນຳ Kim Jong un ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ