ປະທານາທິບໍດີອາເມລິກາຕອບຈົດໝາຍຂອງການນຳສປປ.ເກົາຫຼີ

(VOVWORLD) -ວັນທີ 04 ສິງຫາ, ວົງການເຈົ້າໜ້າທີ່ອາເມລິກາ ໃຫ້ຮູ້ວ່າ ໄດ້ສົ່ງຈົດໝາຍຕອບກັບຂອງທ່ານປະທານາທິບໍດີອາເມລິກາ Donald Trump ທີ່ຝາກເຖິງການນຳສປປ.ເກົາຫຼີ Kim Jong un ແລ້ວ.

ປະທານາທິບໍດີອາເມລິກາຕອບຈົດໝາຍຂອງການນຳສປປ.ເກົາຫຼີ - ảnh 1ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຟິລິບປິນ Sung Kim ໄດ້ມອບຈົດໝາຍໃຫ້ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho ຢູ່ສິງກະໂປ 

(ພາບປະກອບ: washingtonpost.com)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ໂຄສົກກະຊວງການຕ່າງປະເທດອາເມລິກາ Heather Nauert ໃຫ້ຮູ້ວ່າ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຟິລິບປິນ Sung Kim, ເຈົ້າໜ້າທີ່ສວມບົດບາດສຳຄັນໃນບັນດາການເຈລະຈາລະຫວ່າງວໍຊິງຕັນ ແລະ ພຽງຢາງ, ໄດ້ມອບຈົດໝາຍໃຫ້ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho ຢູ່ສິງກະໂປ ເພື່ອສົ່ງເຖິງການນຳ Kim Jong un.

        ກ່ອນໜ້ານັ້ນ, ວັນທີ 01 ສິງຫາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຮັບຈົດໝາຍຂອງການນຳສປປ.ເກົາຫຼີ Kim Jong un ຕື່ມອີກ. ເນື້ອໃນຂອງຈົດໝາຍດັ່ງກ່າວຍັງບໍ່ທັນໄດ້ປະກາດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ