ປະທານາທິບໍດີອາເມລິກາຢືນຢັນການພົວພັນກັບການນຳສປປ.ເກົາຫຼີຍັງດີງາມ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຢືນຢັນຄືນໃໝ່ວ່າ, ທ່ານມີການພົວພັນອັນດີງາມກັບການນຳສປປ.ເກົາຫຼີ Kim Jong un.

ປະທານາທິບໍດີອາເມລິກາຢືນຢັນການພົວພັນກັບການນຳສປປ.ເກົາຫຼີຍັງດີງາມ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ນຳສປປ.ເກົາຫຼີ Kim Jong un

(ພາບ: vietnamnet.vn)

ພ້ອມທັງທ່ານແບ່ງປັນວ່າ, ຈະເປັນໜ້າເສຍດາຍຖ້າຫາກວ່າສປປ.ເກົາຫຼີ ມີຄວາມຄິດຟື້ນຟູບັນດາເຫດທົດລອງອາວຸດ. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາໃນສະພາບມີຄວາມວິຕົກກັງວົນຫຼາຍຢ່າງກ່ຽວກັບວິວັດທະນາການປອດນິວເຄຼຍ ໃນແຫຼມເກົາຫຼີ ຈະກັບຄືນສູ່ຈຸດເລີ່ມຕົ້ນ, ພາຍຫຼັງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ້ ຄັ້ງທີ 2 ຜ່ານມາລະຫວ່າງການນຳອາເມລິກາ ແລະ ສປປ.ເກົາຫຼີ ບໍ່ອອກຖະແຫຼງການຮ່ວມ. ພ້ອມກັນນັ້ນແມ່ນບັນດາຂໍ້ມູນຂ່າວທີ່ຖືວ່າ ສປປ.ເກົາຫຼີ ພວມຟື້ນຟູການເຄື່ອນໄຫວຢູ່ເຂດທົດລອງເຄືຶ່ອງຈັກລູກສອນໄຟ Dongchang-ri, ກໍ່ຄືບັນດາການເຄື່ອນໄຫວຢູ່ໂຮງງານຜະລິດລູກສອນໄຟນຳວິຖີຂ້າມທະວີບແຫ່ງທຳອິດຂອງສປປ.ເກົາຫຼີ ສາມາດຍິງຮອດອາເມລິກາ.

        ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ທີ່ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢູ່ຮ່າໂນ້ຍ ຜ່ານມາ, 2 ຝ່າຍໄດ້ຮັດແຄບໄລຍະຫ່າງໃນບາງບັນຫາກ່ຽວກັບເລື່ອງປອດນິວເຄຼຍ, ແຕ່ເຖິງຢ່າງໃດກໍ່ຕາມ ຍັງມີບາງຂົງເຂດສຳຄັນຄວນໄດ້ຊຸກຍູ້ເພື່ອບັນລຸໄດ້ບາດກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ