ປະທານາທິບໍດີອາເມລິກາເນັ້ນໜັກເຖິງຄວາມຄືບໜ້າໃນການເຈລະຈາກັບສປປ.ເກົາຫຼີ

(VOVWORLD) -ວັນທີ 03 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ວິວັດທະນາການເຈລະຈາກັບສປປ.ເກົາຫຼີ ພວມບັນລຸບາດກ້າວພັດທະນາ, ພ້ອມທັງຖືວ່າ

ປະທານາທິບໍດີອາເມລິກາເນັ້ນໜັກເຖິງຄວາມຄືບໜ້າໃນການເຈລະຈາກັບສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບປະກອບ: sputniknews)

ທ່ານເອງໄດ້ສະກັດກັ້ນການປະທະກັນກັບປະເທດທີ່ມີອາວຸດນິວເຄຼຍນີ້. ຖະແຫຼງການດັ່ງກ່າວຖືກຍົກອອກມາກ່ອນການຢ້ຽມຢາມ ສປປ.ເກົາຫຼີ ຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ເພື່ອຊຸກຍູ້ແຜນການປອດນິວເຄຼຍໃນແຫຼມເກົາຫຼີ.

      ໃນສື່ສັງຄົມອອນລາຍ Twiter ສ່ວນຕົວ, ທ່ານ Trump ໃຫ້ຮູ້ວ່າ, ມີການເຈລະຈາຕັ້ງໜ້າຫຼາຍຄັ້ງກັບສປປ.ເກົາຫຼີ ພວມດຳເນີນໄປຢ່າງດີງາມ. ນອກຈາກນັ້ນ, ທ່ານເນັ້ນໜັກວ່າ, ບໍ່ມີການຍິງລຸກສອນໄຟ ຫຼື ທົດລອງນິວເຄຼຍໃດໆຂອງສປປ.ເກົາຫຼີ ໃນຮອບເວລາ 8 ເດືອນຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ