(vovworld) – ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໃນໂລກ ຄັ້ງທີ 4, ຕອນເຊົ້າວັນທີ 01/09 (ຕາມເວລາຫວຽດນາມ), ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ມີການພົບປະຄັ້ງຕ່າງໆກັບທ່ານຫົວໜ້າກຳະການກຳມາທິການປະຈຳສະພາແຫ່ງຊາດຈີນ ຈາງເຕື໋ອແຈງ, ທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 70 Mogens Lykketoft, ທ່ານປະທານສະຫະພັນລັດຖະສະພາສາກົນ Saber Chowdhury, ທ່ານປະທານສະພາຕໍ່າເບລາຣຸດ Vladimir Andreichenko, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ.
ທີ່ການຕ້ອນຮັບທ່ານ ຈາງເຕື໋ອແຈງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກພ້ອມກັບສະພາແຫ່ງຊາດຈີນ ເປີດກວ້າງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ບົດຮຽນປະຕິບັດງານ. ພ້ອມທັງເພີ່ມທະວີການສົມທົບກັນສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສລັດຖະສະພາລະຫວ່າງຊາດຢູ່ພາກພື້ນ ແລະ ໃນໂລກ, ກໍຄືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາມັກຄີລະຫວ່າງ 2 ຝ່າຍ… ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ 2 ຝ່າຍເຄົາລົບບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນ້ຳຂັ້ນສູງ 2 ພັກ, 2 ລັດ ກ່ຽວກັບການຄອບຄຸມຄວາມບໍ່ລົງລອຍກັນບົນທະເລ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເປິດກວ້າງການຂັດແຍ້ງກັນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. 2 ຝ່າຍຕ້ອງປະຕິບັດ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາບົນທະເລຫວຽດນາມ - ຈີນ” ແລະ “ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ” (DOC) ຢ່າງເຂັ້ມງວດ, ຄົບຖ້ວນ ແລະ ພ້ອມກັບບັນດາປະເທດອາຊຽນ ສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.
ທີ່ການຕ້ອນຮັບທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດ Mogens Lykketoft, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາວ່າ, ຈິດໃຈຂອງຖະແຫຼງການຮ່າໂນ້ຍ, ຈະໄດ້ສ່ອງແສງໃນເອກະສານຂອງກອງປະຊຸມສຸດຍອດສະຫະປະຊາຊາດ ເມື່ອຮັບຮອງເອົາໂຄງການດຳເນີນງານພັດທະນາພາຍຫຼັງປີ 2015 ຈະມາເຖິງ. ທ່ານປະທານ Mogens Lykketoft ປາດຖະໜາວ່າ, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຮ່ວມເດີນທາງ ແລະ ປະກອບສ່ວນຫຼາຍກວ່າອີກເຂົ້າໃນການປະຕິບັດບັນດາຄາດໝາຍລວມຂອງສະຫະປະຊາຊາດ, ເພື່ອສັນຕິພາບ ແລະ ວັດຖະນາຖາວອນ ຢູ່ພາກພື້ນ ແລະ ໃນໂລກ.
ທີ່ການຕ້ອນຮັບສະຫະພັນລັດຖະສະພາສາກົນ Saber Chowdhury, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ, ເພື່ອປະກອບສ່ວນເຂົາໃນວິວັດການປະຕິບັດໂຄງການດຳເນີນງານພາຍຫຼັງປີ 2015 ແລະ ບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ, ສະພາແຫ່ງຊາດ ຫວຽດນາມ ຈະດຳເນີນການປະກາດໃຊ້, ປັບປຸງ, ເພີ່ມເຕີມ ບັນດາເອກະສານດ້ານກົດໝາຍທີ່ກ່ຽວຂ້ອງໂດຍກົງເຖິງການຊຸກຍູ້ປະຕິບັດໂຄງການນີ້. ສ່ວນທ່ານ Saber Chowdhury ປາດຖະໜາວ່າ, ສະພາແຫ່ງຊາດຫວຽດນາມ ສືບຕໍ່ປະກອບສ່ວນເຂົາໃນວິວັດການເຄື່ອນໄຫວຂອງ IPU ໃນອະນາຄົດໃຫ້ຫຼາຍກວ່າອີກ.
ແລະກໍໃນວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານປະທານສະພາຕໍ່າເບລາຣຸດ Vladimir Andreichenko, ການນຳ 2 ທ່ານລ້ວນແຕ່ຖືວ່າ: 2 ຝ່າຍຕ້ອງຕັ້ງໜ້າຍູ້ແຮງການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າກວ່າອີກ. ທ່ານ Vladimir Andreichenko ສະເໜີຕ້ອງຍູ້ແຮງການແລກປ່ຽນບົດຮຽນລະຫວ່າງອົງການສ້າງກົດໝາຍຂອງ 2 ປະເທດກວ່າອີກ, ກໍຄືເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນໃນບັນດາຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຊຸກຍູ້ບັນດາລາຍການ, ໂຄງການຮ່ວມມືລະຫວ່າງລັດຖະບານ 2 ປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າ.