ປະທານໂຮ່ຈິມີນ-ສັນຍາລັກແຫ່ງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຫວຽດນາມ

ປະທານໂຮ່ຈິມີນ-ສັນຍາລັກແຫ່ງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຫວຽດນາມ - ảnh 1
ປະ​ທານ​ໂຮ່​ຈິ​ມີນ
ພາບ​ເອ​ກະ​ສານ

(vovworld)-​ວັນ​ທີ 19/5, ຫນັງ​ສື​ພິມ​ສຳ​ຄັນ​ຫລາຍ​ສະ​ບັບ​ຢູ່ ຫວຽດ​ນາມ  ໄດ້​​ຈັດ​ຄໍ​ລຳ​ພິ​ເສດເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມີນ (19/5/1890-19/5/2015). ບັນ​ດາ​ຫນັງ​ສື​ພິມ​ລ້ວນ​ແຕ່​ຄັດ​ສະ​ເຫນີ​ເນື້ອ​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ຊື່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 18/5. ບັນ​ດາຫນັງ​ສື​ພິມ​ດັ່ງ​ກ່າວສະ​ບັບ​ອອກວັນ​ທີ 19/5 ໄດ້​ລົງ​ພິມ​ບັນ​ດາ​ເລື່ອງ​ລາວ​ຂອງ​ຕົວ​ພະ​ຍານ​ປະ​ຫວັດ​ສາດ​ຢູ່​ພາຍ​ໃນປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ, ຊື່ງ​ແມ່ນ​ບັນ​ດາ​​ຜູ້ທີ່​ໄດ້​ພົບ​ປະ​ກັບ​ປະ​ທານ​ໂຮ່​ຈິ​ມີນ, ນອກນັ້ນ ເຊີດ​ຊູ​ບັນ​ດາ​ຂະ​ບວ​ນ​ການ​ແຂ່ງ​ຂັນ, ສ່ວນ​ບຸກ​ຄົນ​, ຫົວ​ຫນ່ວຍ​ດີ​ເດັ່ນ​​ໃນ​ການຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ.

ຫນັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີນ, ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ລົງ​ພິມ​ບົດ​ນຳ​ພ້ອມ​ກັບ​ບົດ​ຂຽນ​ຕ່າງໆ ຢືນ​ຢັນ​ຄຸນ​ນະ​ທາດ, ບຸກ​ຄະ​ລິກ​ກະ​ພາບອັນ​ສູງ​ສົ່ງ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ແລະ ບັນ​ດາ​ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈິ​ມີນ.

​ໃນ​ຫນ້າ​ທຳ​ອິດຫນັງ​ສື​ພິມ​ປະ​ຊາ​ຊົນ, ສຽງ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສະ​ບັບ​ອອກວັນ​ທີ 19/5 ໄດ້​ລົງ​ພິມ​ຮູບ​ພາບ​ປະ​ທານ​ໂຮ່​ຈິ​ມີນ ດ້ວຍ​ຄຳ​ຂ​ວັນ “ປະ​ທານ​ໂຮ່​ຈິ​ມີນ​ທີ່​ຍິ່ງ​ໃຫຍ່​ຍືນ​ຍົງ​ຄົງ​ຕົວ​ໃນ​ພາ​ລະ​ກິດ​ຂອງ​ພວກ​ເຮົາ​ຕະ​ຫລອດ​ການ” ພ້ອມ​ກັບ​ບົດ​ນຳ​ຢືນ​ຢັນ​ຄຸນ​ຄ່າ ຄ​ວາມ​ສຳ​ຄັນ​ຂອງ​ແນວ​ຄິດ​ໂຮ່​ຈິ​ມີນ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ.

ສ່ວນ​ຫນັງ​ສື​ພິມ ໄຊ​ງ່ອນ​ຢ໋າຍ​ຟອງ(ປົດ​ປ່ອຍ) ໄດ້​ລົງ​ພິ​ມ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ສັນ​ຍາ​ລັກ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ໃນ​ນັ້ນ ຢືນ​ຢັນ ປະ​ທານ​ໂຮ່​ຈິ​ມີນ ແມ່​ນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ນອກນັ້ນ ຫນັງ​ສື​ພິມ​ໄຊ​ງ່ອນ​ປົດ​ປ່ອຍ ຍັງ​ແນະ​ນຳ​ບົດ​ຂຽນ​ຂອງ​ເພ​ື່ອນ​ມິດ ອິ​ນ​ເດຍ ສະ​ແດງ​ອາ​ລົມ​ຈິດ​ຂອງ​ຕົນ​ຕໍ່​ປະ​ທານ​ໂຮ່​ຈິ​ມີນ.

 

ຂ່າວ/ບົດ​ອື່ນ