ທ່ານປະທານາທິບໍດີ ປາແລດສະຕີນ Mahmoud Abbas
photo:baodongnai.com
|
(vovworld)- ຄຳສັ່ງຢຸດຍິງໂດຍມີການກຳນົດເວລາຢູ່ເຂດ ກາຊາ ມີຜົນສັກສິດນັບແຕ່ເວລາ 16 ໂມງ GMT(ກົງກັບ 23 ໂມງຕາມເວລາ ຮ່າໂນ້ຍ) ຂອງວັນທີ 26/8 ເປັນຕົ້ນໄປ ພາຍຫລັງເກີດການປະທະກັນລະຫວ່າງ ກຳລັງ Hamas ແລະ ກອງທັບ ອິດສະຣາແອນ ມາເປັນເວລາ 50 ວັນ ຊື່ງເຮັດໃຫ້ຊາວ ປາແລດສະຕີນນັບພັນຄົນຖືກເສຍຊີວິດ. ຂ່າວຄາວດັ່ງກ່າວໂດຍແມ່ນທ່ານປະທານາທິບໍດີ ປາແລດສະຕີນ Mahmoud Abbas ປະກາດທີ່ການປະຊຸມຂ່າວຊື່ງດຳເນີນໄປຢູ່ Ramallah ເຂດຝັງຕາເວັນຕົກແມ່ນ້ຳຈໍແດນ.
ຂໍ້ຕົກລົງຢຸດຍິງບັນລຸໄດ້ລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ ມີຫລາຍຈຸດຕ່າງກັບບັນດາຂໍ້ຕົກລົງຢຸດຍິງກ່ອນນັ້ນ. ຕາມນັ້ນແລ້ວ ສອງຝ່າຍໝັ້ນໝາຍ ຈະຢຸດຍິງໂດຍບໍ່ມີການກຳນົດເວລາ ແລະ ອິດສະຣາແອນ ຈະຫລຸດຜ່ອນການກວດກາດ່ານຊາຍແດນ 2 ແຫ່ງ ຕິດຈອດກັບ ກາຊາ ໃຫ້ແກ່ການຂົນສົ່ງເຄື່ອງຊ່ວຍເຫລືອ ແລະ ວັດຖຸອຸປະກອນເພື່ອສ້າງເຂດດິນແດນ ປາແລດສະຕີນຄືນໃຫມ່. ເນື່ອງໃນໂອກາດນີ້, ອາເມລິກາ ແລະ ສປຊ ໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວ ແລະ ຮຽກຮ້ອງສອງຝ່າຍ ຕ້ອງເຄົາລົບບັນດາຂໍ້ມາດຕາໃນຂໍ້ຕົກລົງຢຸດຍິງທີ່ບັນລຸໄດ້ນັ້ນ. ອາເມລິກາ ແລະ ສປຊ ຖືວ່າ: ຄຳສັ່ງຢຸດຍິງໂດຍບໍ່ມີການກຳນົດເວລາ ຢູ່ ເຂດ ກາຊາ ແມ່ນເຫດການມີລັກສະນະເປັນບາດລ້ຽວ ເພື່ອກ້າວໄປເຖິງພື້ນຖານສັນຕິພາບຍາວນານໃຫ້ແກ່ເຂດນີ້.