ປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາປະຊາຊົນບັນດາຂັ້ນ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງສືບຕໍ່ກວດກາ, ສ້າງ ຫຼື ສ້າງໃຫ້ສົມບູນແບບ ແລະ ຈັດຕັ້ງການປະຕິບັດແຜນຮ່າງກ່ຽວກັບການສືບຕໍ່ປ່ຽນແປງໃໝ່
ປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາປະຊາຊົນບັນດາຂັ້ນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນສະຫຼຸບກອງປະຊຸມ
(ພາບ: TTXVN)

ຕອນເຊົ້າວັນທີ 21 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດກອງປະຊຸມສະຫຼຸບວຽກງານສະພາປະຊາຊົນບັນດາແຂວງ, ນະຄອນເຂດພາກໃຕ້ ຫວຽດນາມ ປີ 2021 ແລະ ຜັນຂະຫຍາຍວຽກງານປີ 2022.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງສືບຕໍ່ກວດກາ, ສ້າງ ຫຼື ສ້າງໃຫ້ສົມບູນແບບ ແລະ ຈັດຕັ້ງການປະຕິບັດແຜນຮ່າງກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນ ໂດຍສະເພາະແມ່ນຂັ້ນແຂວງ. ປະຕິບັດການ ສ້າງອຳນາດການປົກຄອງກ່ຽວກັບວຽກງານບຸກຄະລາກອນໃຫ້ເປັນຢ່າງດີຄື ຮັບເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໄຈ; ຕົກລົງບັນດາບັນຫາສຳຄັນໃນຫຼາຍຂົງເຂດ ແລະ ຕິດຕາມການປະຕິບັດລັດຖະທຳມະນູນ ແລະ ກົດໝາຍຢູ່ທ້ອງຖິ່ນ, ຕິດຕາມເອກະສານນິຕິກຳຂອງຄະນະກຳມະການປະຊາຊົນໃນຂັ້ນດຽວກັນ ແລະ ເອກະສານຂອງສະພາປະຊາຊົນຂັ້ນເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ