ປ່ຽນໃໝ່ການຊີ້ນຳນຳພາຂອງພັກສຳລັບວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່

(VOVWORLD) -ວັນທີ 13 ເມສາ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ, ພ້ອມກັບຄະນະປະຕິບັດງານໄດ້ເຮັດວຽກກັບຄະນະປະຈຳຄະນະພັກແຂວງກວາງນາມ ກ່ຽວກັບການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11

ປ່ຽນໃໝ່ການຊີ້ນຳນຳພາຂອງພັກສຳລັບວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່ - ảnh 1ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ

ເຮັດວຽກກັບຄະນະປະຈຳຄະນະພັກແຂວງກວາງນາມ 

(ພາບ: dangcongsan.vn)

ກ່ຽວກັບການ “ເພີ່ມທະວີ ແລະ ປ່ຽນໃໝ່ການຊີ້ນຳນຳພາຂອງພັກ ສຳລັບວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່”.

      ທີ່ການເຮັດວຽກ, ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ: ວຽກງານຂົນຂວາຍປະຊາຊົນແມ່ນຂອງທັງລະບົບການເມືອງ, ໃນນັ້ນສວມບົດບາດເປັນແບບຢ່າງຂອງການນຳອຳນາດການປົກຄອງ. ແຂວງກວາງນາມ ພວມສ້າງໂຄງປະກອບເສດຖະກິດຫັນປ່ຽນຢ່າງແຮງ, ທາງແຂວງຄວນເອົາໃຈໃສ່ເຖິງການແບ່ງຂັ້ນລະດັບຄົນຮັ່ງມີ ຜູ້ທຸກຍາກ ໃນວິວັດແຫ່ງການພັດທະນາ… ສຳລັບວຽກງານຂົນຂວາຍປະຊາຊົນອຳນາດການປົກຄອງ, ແຂວງປະຕິບັດການຍູ້ແຮງວຽກງານປະຕິຮູບລະບຽບການບໍລິຫານ, ຍົກສູງຄຸນນະພາບລັດຖະການ, ປະຕິບັດການສຳຫຼວດຄວາມເພິ່ງພໍໃຈຂອງປະຊາຊົນຢູ່ບັນດາຕາແສງໄດ້ຮັບຮອງແມ່ນຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ