ປີແຫ່ງການພົວພັນແລກປ່ຽນສື່ມວນຊົນ ຈີນ - ອາຊຽນ

(VOVWORLD) -  ຕອນຄ່ຳວັນທີ 20 ກຸມພາ, ທີ່ໂຮງລະຄອນແຫ່ງຊາດຢູ່ນະຄອນຫລວງ ບັກກິງ, ປະເທດ ຈີນ ໄດ້ໄຂປີແຫ່ງການພົວພັນແລກປ່ຽນສື່ມວນຊົນ ຈີນ - ອາຊຽນ.
ປີແຫ່ງການພົວພັນແລກປ່ຽນສື່ມວນຊົນ ຈີນ - ອາຊຽນ - ảnh 1ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: THX) 

  ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ສົ່ງຈົດໝາຍອວຍພອນມາຍັງພິທີໄຂ. ເນື້ອໃນຈົດໝາຍ, ທ່ານປະທານປະເທດ ສີຈິ້ນຜິງ ໄດ້ເນັ້ນໜັກເຖິງເລື່ອງຈັດຕັ້ງປີແຫ່ງການພົວພັນແລກປ່ຽນສື່ມວນຊົນ ຈີນ - ອາຊຽນ ແມ່ນມາດຕະການສຳຄັນ ແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍ. ທ່ານປະທານປະເທດ ສີຈິ້ນຜິງ ປາດຖະໜາວ່າ ບັນດາອົງການສື່ມວນຊົນ ຈີນ - ອາຊຽນ ເສີມຂະຫຍາຍບົດບາດໂຄສະນາເຜີຍແຜ່ເປັນຢ່າງດີ ແນໃສ່ຮັດແໜ້ນນ້ຳໃຈມິດຕະພາບ, ຊຸກຍູ້ການຮ່ວມມືແທດຈິງ, ສັນຕິພາບ ແລະ ພັດທະນາ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການສ້າງປະຊາຄົມ ຈີນ - ອາຊຽນ ໃຫ້ຫລາຍກ່ວາອີກ.

        ທີ່ເຫດການດັ່ງກ່າວ, ຜູ້ຕາງໜ້າບັນດາປະເທດ ອາຊຽນ ໄດ້ຕີລາຄາຢ່າງຕັ້ງໜ້າໝາກຜົນແຫ່ງການຮ່ວມມືລະຫວ່າງສື່ມວນຊົນ 2 ຝ່າຍ, ປາດຖະໜາຢາກສືບຕໍ່ຍູ້ແຮງການພົວພັນແລກປ່ຽນ, ປະກອບສ່ວນເຂົ້າໃນການປັບປຸງການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ