ປີແຫ່ງຄວາມປອດໄພຄົມມະນາຄົມ 2015 : ຊີວິດອີນຊີຂອງມະນຸດແມ່ນສຳຄັນກວ່າໝູ່
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດກ່າວຄຳເຫັນສະຫຼຸບກອງປະຊຸມ |
(vovworld)- ປີ 2015, ຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດໄດ້ເລືອກເອົາຫົວເລື່ອງຂອງປີແຫ່ງຄວາມປອດໄພຄົມມະນາຄົມແຫ່ງຊາດວ່າ : “ ເພີ່ມທະວີວຽກງານຄຸ້ມຄອງການເຄື່ອນໄຫວດຳເນີນທຸລະກິດຂົນສົ່ງ ແລະ ຄວບຄຸມນ້ຳໜັກຂອງຍານພາຫະນະ”. ນີ້ແມ່ນເນື້ອໃນວຽກງານທີ່ສຳຄັນໃນປີ 2015 ໂດຍຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດໄດ້ຊີ້ແຈ້ງໃນກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດຊຶ່ງໄຂຂຶ້ນໃນຕອນເຊົ້າວັນທີ 13/1 ຢູ່ຮ່າໂນ້ຍ. ທ່ານ ດິງລາທັງ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ ຖືວ່າ :
“ ໃນໄລຍະທີ່ຈະເຖິງ, ບັນດາທ້ອງຖິ່ນຄວນຍູ້ແຮງການເຄື່ອນໄຫວລາດຕະເວນ, ຄວບຄຸມ ແລະ ປັບໄໝລົງໂທດບັນດາການກະທຳລະເມີດຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຄົມມະນາຄົມ. ເພີ່ມທະວີການກວດຍານພາຫະນະ, ປັບໄໝລົງໂທດບັນດາການກະທຳລະເມີດກົດຈໍລະຈອນຂອງລົດບັນທຸກຜູ້ໂດຍສານ, ລົດຂົນສົ່ງເກີນນ້ຳໜັກ, ຂອງຜູ້ຂັບລົດຈັກ. ພ້ອມທັງ ປ່ຽນໃໝ່ ແລະ ຍົກສູງປະສີດທິຜົນວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຄົມມະນາຄົມໃຫ້ແກ່ທຸກເປົ້າໝາຍເຂົ້າຮ່ວມການສັນຈອນໄປມາ”
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດ ໄດ້ສະເໜີບັນດາທ້ອງຖິ່ນ ຈົ່ງປະຕິບັດຫົວເລື່ອງ ປີແຫ່ງຄວາມປອດໄພຄົມມະນາຄົມແຫ່ງຊາດ 2015; ພ້ອມກັນນັ້ນ ກໍປະກາດໃຊ້ບັນດາເອກະສານນິຕິກຳກ່ຽວກັບ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຄົມມະນາຄົມ.