ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືຫວຽດນາມ-ອາເມລິກາ
ທ່ານ Thomas Countryman,ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ
ພາບ:baodatviet
|
(vovworld)- ວັນທີ 13/10 ຢູ່ ຮ່າໂນ້ຍ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ Thomas Countryman, ຮັບຜິດຊອບບັນຫາຮ່ວມມືດ້ານນິວເຄຼຍພົນລະເຮືອນ ແລະ ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ໄດ້ພົບປະກັບວົງການສື່ມວນຊົນຫວຽດນາມ ເພື່ອ ແລກປ່ຽນກ່ຽວກັບການຮ່ວມມື ຫວຽດນາມ - ອາເມລິກາ ໃນຂົງເຂດນິວເຄຼຍ ພົນລະເຮືອນ ກໍຄືກວດກາດ້ານການຄ້າໃນວິວັດການມຸ່ງໄປເຖິງການປະຕິບັດສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP. ທ່ານ Thomas Countryman ໃຫ້ຮູ້ວ່າ: ຫວຽດນາມ ແລະ ອາເມລິກາ ລົງນາມໃນສັນຍາຮ່ວມມືກ່ຽວກັບຂົງເຂດນິວເຄຼຍພົນລະເຮືອນໃນປີ 2014 ແລະ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານເພື່ອປືກສາຫາລືກ່ຽວກັບຄວາມປາດຖະຫນາຂອງຫວຽດນາມ ຢາກກາຍເປັນປະເທດທຳອິດໃນ ອາຊຽນ ຜະລິດພະລັງງານນິວເຄຼຍ. ກ່ຽວກັບການພົວພັນລະຫວ່າງ TPP ແລະ ພະລັງງານ, ທ່ານ Thomas Countryman ຖືວ່າ ນີ້ແມ່ນສາຍກ່ຽວພັນທາງອ້ອມ ຖ້າຫາກ TPP ສຳເລັດຜົນໃນການກະຕຸກຊຸກຍູ້ເສດຖະກິດ ຫວຽດນາມ ເຕີບໂຕກວ່າ ຈະເຮັດໃຫ້ຄວາມຕ້ອງການນຳໃຊ້ພະລັງງານເພີ່ມຂຶ້ນ ແລະ ສິ່ງນີ້ກ່ຽວຂ້ອງເຖິງເລື່ອງ ເຮັດແນວໃດເພື່ອຮັບປະກັນຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ.
ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງນີ້ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານ Thomas Countryman, ໄດ້ປຶກສາຫາລືກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ກ່ຽວກັບການຮ່ວມມືດ້ານການເມືອງ, ຄວາມ ປອດໄພການເດີນທະລ ແລະ ການປັບປຸງບັນດາກົດໝາຍຂອງຫວຽດນາມ, ຂໍ້ກຳນົດ, ກຳລັງຄວາມສາມາດຄືແນວໃດເພື່ອກວດກາສິນຄ້ານຳເຂົ້າສົ່ງອອກ.