ຜູ້ຊ່ຽວຊານຍີ່ປຸ່ນຢັ້ງຢືນ:ຄຳຕັດສິນຂອງສານອະນຸຍາໂຕຕຸລາການມີຄວາມໝາຍດ້ານປະຫວັດສາດສຳຄັນ

ຜູ້ຊ່ຽວຊານຍີ່ປຸ່ນຢັ້ງຢືນ:ຄຳຕັດສິນຂອງສານອະນຸຍາໂຕຕຸລາການມີຄວາມໝາຍດ້ານປະຫວັດສາດສຳຄັນ - ảnh 1
ສາດ​ສະ​ດາ​ຈານ Kurihara Hirohide
ພາບ:tintuc
(vovworld)- ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ສຳ​ນັກ​ຂ່​າວ​ສານ​ຫວຽດ​ນາມຫວ່າງ​ແລ້ວນີ້,  ສາດ​ສະ​ດາ​ຈານ Kurihara Hirohide, ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ​ແລະ​ຈີນ ຢູ່​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ພາ​ສາ ແລະ ວັດ​ທະ​ນະ​ທຳ ອາ​ຊີ -ອາ​ຟ​ຼິ​ກາ ຖື​ວ່າ: ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ຢູ່ ລາ​ໄຮ​ປະ​ເທດ ໂຮນ​ລັງ ກ່ຽວ​ກັບ​ຄະ​ດີ​ຮ້ອງ​ຟ້ອງ​ຂອງ ຟິ​ລີບ​ປີນ ສຳ​ລັບ​ຈີນ ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ ມີ​ຄວາມ​ໝາຍ​ດ້ານ​ປະ​ຫວັດ​ສາດ​ສຳ​ຄັນ. ຕາມ​ສາດ​ສະ​ດາ​ຈານ Kurihara Hirohide ແລ້ວ, ຄຳ​ຕັດ​ສິນ​ຂອງ​ສານ​ແມ່ນ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ ແລະ ຍົກ​ອອກ​ມາ​ບົນ​ພື້ນ​ຖານ​ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ປະ​ຫວັດ​ສາດ ແລະ ສະ​ພາບ​ຕົວ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສາດ​ສະ​ດາ​ຈານ Kurihara Hirohide ຖື​ວ່າ: ເລື່ອງ​ຈີນ ທວງ​ເອົາ​ອະ​ທິ​ປະ​ໄຕ​ສຳ​ລັບ​ສ່ວນ​ໃຫຍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ການ​ກະ​ທຳ​ບໍ່​ຮັບ​ຮູ້​ໄດ້. ຈີນ ເຄີຍ​ຈຳ​ແນກ​ “ປະ​ເທດ​ກ່ຽວ​ຂ້ອງ” ແລະ “ບັນ​ດາ​ປະ​ເທດບໍ່​ກ່ຽວ​ຂ້ອງ” ເພື່ອ​ສະ​ກັດ​ກັ້ນ​ບັນ​ດາ​ປະ​ເທດ​ຊື່ງ​ປັກ​ກີງ ເອີ້ນ​ວ່າ “ນອກ​ພາກ​ພື້ນ” ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ …. ແຊກ​ແຊງ​ເຂົ້າ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ສາດ​ສະ​ດາ​ຈານ Kurihara Hirohide ເນັ້ນ​ຫນັກ​ວ່າ: ຕາມ​ສົນ​ທິ​ສັນ​ຍາ​ສາ​ກົນ​ວ່າ​ດ້ວຍ​ກົດ​ໝາຍ​ທະ​ເລ ປີ 1982, ເລື່ອງ​ຈີນ ກໍ່​ສ້າງ​ບັນ​ດາ​ເກ​າ​ະ​ທຽມ​ຢູ່ ທະ​ເລ​ຕ​າ​ເວັນ​ອອກ ຈະ​ບໍ່​ມີ​ຄຸນ​ປະ​ໂຫຍດ. ສາດ​ສະ​ດາ​ຈານ Kurihara Hirohide ກໍ​ເນັ້ນ​ຫນັກ​ວ່າ ເລື່ອງ​ຈີນ ບໍ່​ຍອມ​ຮັບ ແລະ ບໍ່​ຮັບ​ຮູ້​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ແມ່ນ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີບໍ່​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ສິ່ງນັ້ນ​ເຮັດ​ໃຫ້​ປັກ​ກີງ ເສຍ​ອິດ​ທິ​ພົນ​ໃນ​ເວ​ທີ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ