ຜູ້ຊ່ຽວຊານເຢຍລະມັນຕີລາຄາສູງບົດກ່າວປາໄສກ່ຽວກັບທະເລຕາເວັນອອກຂອງນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ
ດຣ Gerhard Will
(ພາບ: Mạnh Hùng-Đức Chung/Vietnam+)
(vovworld) - ໃນການຢ້ຽມຢາມ ສ.ສະຫະພັນ ເຢຍລະມັນ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ມີບົດກ່າວປາໄສທີ່ສຳຄັນຢູ່ແບກລິນ ກ່ຽວກັບບັນດາການທ້າທາຍເຖິງຄວາມໝັ້ນຄົງຢູ່ອາຊີ ຕໍ່ໜ້າ ສະມາຊິກສະພາແຫ່ງຊາດ, ນັກຊ່ຽວຊານ, ນັກຮຽນຮູ້ເຢຍລະມັນ ເປັນຈຳນວນຫຼວງຫຼາຍ. ເມື່ອຕອບສຳພາດຕໍ່ນັກຂ່າວຫວຽດນາມ ປະຈຳເຢຍລະມັນ, ກ່ຽວກັບການຕີລາຄາບົດກ່າວປາໄສຂອງທ່ານ ນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ ທີ່ກ່ຽວຂ້ອງເຖິງສະພາບທະເລຕາເວັນອອກ. ດຣ Gerhard Will, ນັກຊ່ຽວຊານດ້ານການເມືອງສາກົນຂອງເຢຍລະມັນ, ຢືນຢັນວ່າ, ທັດສະນະຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແມ່ນເໝາະສົມກັບແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງເຢຍລະມັນ ແລະ ເອີລົບ, ນັ້ນແມ່ນແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ຫຼາຍຝ່າຍ ແລະ ເຄົາລົບກົດໝາຍສາກົນ. ຕາມ ດຣ Gerhard Will ແລ້ວ, ລັດຖະບານເຢຍລະມັນ ແລະ ສະຫະພາບເອີລົບ (EU) ອາດຈະນຳບັນຫາທະເລຕາເວັນອອກເຂົ້າໃນລາຍການດຳເນີນງານຂອງເວທີປາໄສສາກົນ ຫຼືກົນໄກຮ່ວມມືຫຼາຍຝ່າຍ, ຄືດັ່ງເຂົາເຈົ້າໄດ້ເຕື້ອງເຖິງຢູ່ກອງປະຊຸມສຸດຍອດ ASEM ຄັ້ງທີ 10 ທີ່ຫາກໍ່ດຳເນີນຢູ່ມີລານ, ອີຕາລີ; ພ້ອມທັງມີການປຶກສາຫາລືກ່ຽວກັບຫົວເລື່ອງນີ້ຢູ່ເວທີປາໄສອື່ນໆໃນໄລຍະຈະມາເຖິງ. ລັດຖະບານເຢຍລະມັນ ແລະ EU ອາດຈະສະໜັບສະໜູນບັນດາມາດຕະການລະອຽດ, ເຊິ່ງຫວຽດນາມ ແລະ ບັນດາປະເທດອາຊຽນອື່ນໄດ້ຍົກອອກມາ, ທີ່ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ