ຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 6 ຄົນໄດ້ປະກາດປິ່ນປົວຫາຍດີເປັນປົກກະຕິ

(VOVWORLD) -ຮອດຕອນບ່າຍວັນທີ 22 ເມສາ, ມີຜູ້ຕິດເຊື້ອໂຄວິດ-19 ພວມປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງຕື່ມອີກ 6 ຄົນໄດ້ປະກາດປີ່ວປົນຫາຍດີເປັນປົກກະຕິແລ້ວ.

ຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 6 ຄົນໄດ້ປະກາດປິ່ນປົວຫາຍດີເປັນປົກກະຕິ - ảnh 1ມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 6 ຄົນໄດ້ປະກາດປີ່ວປົນຫາຍດີເປັນປົກກະຕິ 

(ພາບ: TTXVN)

ຕາມຂໍ້ມູນຈາກອະນຸກຳມະການປິ່ນປົວ - ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ, ຮອດຕອນບ່າຍວັນທີ 22 ເມສາ, ມີຜູ້ຕິດເຊື້ອໂຄວິດ-19 ພວມປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງຕື່ມອີກ 6 ຄົນໄດ້ປະກາດປີ່ວປົນຫາຍດີເປັນປົກກະຕິແລ້ວ.

ສະນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີ 222/268 ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີແລ້ວ. ບັນດາກໍລະນີດັ່ງກ່າວຈະສືບຕໍ່ໄດ້ແຍກຕົວ, ຕິດຕາມອາການສຸຂະພາບເປັນເວລາ 14 ວັນຕື່ມອີກ.

ປະຈຸບັນ, ຫວຽດນາມ ຍັງມີ 46 ຄົນເທົ່ານັ້ນທີ່ຕິດເຊື້ອໂຄວິດ-19 ພວມຖືກແຍກຕົວ, ປິນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ