ຜູ້ຕິດໂລກໄຂ້ຫວັດສັດປີກ H7N9 ເພີ່ມຂຶ້ນຢ່າງລຽນຕິດຢູ່ຈີນ
(ພາບ:khoahoc.com.vn)
(vovworld)- ຕາມສຳນັກຂ່າວສານຊິນຮວາ ປະເທດຈີນ ແລ້ວ, ສະເພາະໃນວັນທີ 14/4, ຈີນ ໄດ້ຮັບຮູ້ວ່າມີຜູ້ຕິດໂລກໄຂ້ຫວັດສັດປີກ H7N9 ຕື່ມອີກ 11 ຄົນ, ຊື່ງໄດ້ຍົກຈຳນວນຜູ້ຕິດໂລກລະບາດດັ່ງກ່າວຂຶ້ນເຖິງ 60 ຄົນ. ໃນນັ້ນຮ້າຍແຮງກ່ວາໝູ່ແມ່ນນະຄອນຊຽງໄຮ່ ດ້ວຍ 24 ຄົນ. ບັນດາຜູ້ຊ່ຽວຊານການແພດ ແລະ ສັດຕະວະແພດຈີນ ໃຫ້ຮູ້ວ່າ: ເຊື້ອໄວຣັດ H7N9 ມີການກ່ຽວພັນກັບນົກຍົກຍ້າຍລະຫວ່າງອາຊີ-ເອີລົບ ປະເພດຕ່າງໆ ແຕ່ຍາກທີ່ຈະມີການຕິດແປດຈາກນົກປະເພດຕ່າງໆໄປສູ່ຄົນໄດ້. ສະນັ້ນ, ໄວຣັດ H7N9 ອາດຈະຖືກຕິດແປດຜ່ານສັດປີກ ແລະ ນົກລ້ຽງຢູ່ທິດຕາເວັນອອກປະເທດຈີນ.