ຜູ້ຕາງໜ້າພິເສດຂອງສະຫະປະຊາຊາດພົບປະກັບເຈົ້າໜ້າທີ່ຂັ້ນສູງລັດຖະບານຊົ່ວຄາວ ອາບການິດສະຖານ

(VOVWORLD) -ບັນດາພາລະກອນຂອງສະຫະປະຊາຊາດສາມາດດຳເນີນການເຄື່ອນໄຫວຊ່ວຍເຫຼືອ, ສະໜອງເຄື່ອງອຸປະຖຳທີ່ຈຳເປັນໃຫ້ແກ່ປະຊາຊົນ ອາບການິດສະຖານ “ແຕ່ບໍ່ຖືກກີດກວາງ”.
ຜູ້ຕາງໜ້າພິເສດຂອງສະຫະປະຊາຊາດພົບປະກັບເຈົ້າໜ້າທີ່ຂັ້ນສູງລັດຖະບານຊົ່ວຄາວ ອາບການິດສະຖານ - ảnh 1 ໂຄສົກຂອງ ຕາລີບານ Suhail Shaheen
(ພາບ: AP)

ວັນທີ 16 ກັນຍາ, ໂຄສົກຂອງ ຕາລີບານ Suhail Shaheen ໃຫ້ຮູ້ວ່າ, ທ່ານລັດຖະມົນຕີກະຊວງພາຍໃນຂອງ ອາບການິດສະຖານ Sirajuddin Haqqani, ໄດ້ ພົບປະກັບຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບ ອາບການິດສະຖານ Deborah Lyons ເພື່ອປຶກສາຫາລືກ່ຽວກັບການອຸປະຖຳມະນຸດສະທຳ.

ໃນແຈ້ງການເຊິ່ງໄດ້ເອົາລົງທາງສື່ສັງຄົມອອນລາຍ Twitter, ໂຄສົກທ່ານດັ່ງກ່າວຊີ້ແຈ້ງວ່າ, ທີ່ການພົບປະກ່ອນໜ້ານັ້ນ 1 ວັນ, ທ່ານ Haqqani ຢືນຢັນວ່າ, ບັນດາພາລະກອນຂອງສະຫະປະຊາຊາດສາມາດດຳເນີນການເຄື່ອນໄຫວຊ່ວຍເຫຼືອ, ສະໜອງເຄື່ອງອຸປະຖຳທີ່ຈຳເປັນໃຫ້ແກ່ປະຊາຊົນ ອາບການິດສະຖານ “ແຕ່ບໍ່ຖືກກີດກວາງ”.

ໃນຂະນະນັ້ນ, ຄະນະຜູ້ຕາງໜ້າໜູນຊ່ວຍຂອງສະຫະປະຊາຊາດ ປະຈຳ ອາບການິດສະຖານ ໃຫ້ຮູ້ວ່າ, ທີ່ການພົບປະ, ທ່ານນາງ Lyons ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຮັບປະກັນໃຫ້ພາລະກອນສະຫະປະຊາຊາດ ກໍຄືພາລະກອນມະນຸດສະທຳຢູ່ ອາບການິດສະຖານ ທັງໝົດ ສາມາດເຮັດວຽກ ແລະ ສະໜອງເຄື່ອງອຸປະຖຳໃຫ້ແກ່ປະຊາຊົນ ອາບການິດສະຖານ ຈະບໍ່ຖືກນາບຂູ່ ຫຼື ຖືກກີດຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ