ຜູ້ຕາງໜ້າລັດຖະບານ ອາບການິດສະຖານ ແລະ ຕາລີບານ ເຊື່ອມຕໍ່ການເຈລະຈາຄືນໃໝ່ຢູ່ Doha
(VOVWORLD) -ການນຳ ແລະ ສະມາຊິກຂອງຄະນະເຈລະຈາ 2 ຝ່າຍ ໄດ້ພົບປະກັນກ່ອນໜ້ານັ້ນໜຶ່ງວັນ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາຫົວຂໍ້ໃນໂຄງການດຳເນີນງານ, ກ່ຽວກັບການຍູ້ໄວວິວັດການເຈລະຈາ ແລະ ບັນລຸໄດ້ຄວາມເຂົ້າໃຈລວມກ່ຽວກັບບັນຫານີ້.
ບັນດານັກເຈລະຈາຂອງ ຕາລີບານ ໃນການພົບປະກັບການນຳລັດຖະບານ ອາບການິດສະຖານ ໃນວັນທີ 12/92020 (ພາບ: AFP/TTXVN) |
ຜູ້ຕາງໜ້າຂອງລັດຖະບານ ອາບການິດສະຖານ ແລະ ບັນດານັກເຈລະຈາຂອງ ຕາລີບານ ໄດ້ມີການພົບປະກັນຢູ່ນະຄອນຫຼວງ Doha, ປະເທດ ກາຕາ ໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບວິວັດການສ້າງສັນຕິພາບຢູ່ ອາບການິດສະຖານ ທີ່ບໍ່ມີທາງອອກນັບແຕ່ຕົ້ນປີມານີ້.
ໃນຖະແຫຼງການໜຶ່ງໃນວັນທີ 9 ມິຖຸນາ, ທ່ານ Suhail Shaheen ໂຄສົກຂອງຕາລີບານ ໃຫ້ຮູ້ວ່າ ການນຳ ແລະ ສະມາຊິກຂອງຄະນະເຈລະຈາ 2 ຝ່າຍ ໄດ້ພົບປະກັນກ່ອນໜ້ານັ້ນໜຶ່ງວັນ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາຫົວຂໍ້ໃນໂຄງການດຳເນີນງານ, ກ່ຽວກັບການຍູ້ໄວວິວັດການເຈລະຈາ ແລະ ບັນລຸໄດ້ຄວາມເຂົ້າໃຈລວມກ່ຽວກັບບັນຫານີ້.