(ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2013-2018)
(vovworld) – ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 24-25/9, ຕອນເຊົ້າວັນທີ 25/9, ຄະນະຜູ້ແທນ ສະຫະພັນໃຫຍ່ກຳມະບານຫວຽດນາມ, ໂດຍທ່ານນາງຮອງປະທານ ຫງວຽນທິທູຮົ່ງ ນຳໜ້າ ໄດ້ມີການເຈລະຈາກັບຄະນະຜູ້ແທນສູນກາງສະຫະພັນກຳມະບານລາວ. ສອງຝ່າຍຢືນຢັນຄວາມຕັດສິນໃຈສືບຕໍ່ຊຸກຍູ້ການຮ່ວມມື ພ້ອມກັນຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງອົງການກຳມະບານເວົ້າສະເພາະ ແລະ ສອງປະເທດເວົ້າລວມ. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2013-2018 ໃນນັ້ນມີການບຳລຸງສ້າງໄລຍະຍາວ, ໄລຍະສັ້ນ, ແລະ ເຝິກອົບຮົມໃຫ້ແກ່ພະນັກງານກຳມະບານລາວ; ສ້າງເງື່ອນໄຂ ແລະ ຊຸກຍູ້ກຳມະບານຂະແໜງ ແລະ ທ້ອງຖີ່ນຕ່າງໆຂອງສອງປະເທດ ເພີ່ມທະວີການພັດທະນາສາຍພົວພັນ, ສົມທົບກັນແບ່ງປັນຂໍ້ມູນ ແລະ ໜູນຊ່ວຍກັນໃນບັນດາເວທີປາໄສພາກພື້ນ ແລະສາກົນ, ປະກອບສ່ວນຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ.