ຜູ້ທຸກຍາກຢູ່ນະຄອນດ່ານັ້ງ ເກືອບ 20.000 ຄົນໄດ້ຮັບຂອງຂວັນບຸນເຕັດ

(VOVWORLD) -ມີບັນດາຄະນະອຸປະຖຳ, ສ່ວນບຸກຄົນໃຈບຸນ ກໍ່ສະໜັບສະໜູນເງິນສົດ, ເຂົ້າສານ, ທັນຍາຫານ, ສະບຽງອາຫານ, ເຄື່ອງໃຊ້ໃນຄອບຄົວ, ຊ່ວຍບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນດ່ານັ້ງ.
ຜູ້ທຸກຍາກຢູ່ນະຄອນດ່ານັ້ງ ເກືອບ 20.000 ຄົນໄດ້ຮັບຂອງຂວັນບຸນເຕັດ - ảnh 1ນະຄອນດ່ານັ້ງ ຈັດພິທີມອບຂອງຂວັນກວ່າ 20.000 ພູດ ໃຫ້ແກ່ຄອບຄົວທຸກຍາກ,
ຄອບຄົວປະສົບກັບຄວາມທຸກຍາກ
(ພາບປະກອບ: baovephapluat.vn)

ເນື່ອງໃນໂອກາດບຸນເຕັດປີສະຫຼຸ 2021, ຄະນະກຳມະການແນວໂຮງປະເທດຊາດຫວຽດນາມ ນະຄອນດ່ານັ້ງ ສົມທົບກັບອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີມອບຂອງຂວັນກວ່າ 20.000 ພູດ ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມທຸກຍາກ ເພື່ອຕ້ອນຮັບບຸນເຕັດດ້ວຍຄວາມເບີກບ່ານມ່ວນຊື່ນ. ນອກນັ້ນ, ກໍ່ມີບັນດາຄະນະອຸປະຖຳ, ສ່ວນບຸກຄົນໃຈບຸນ ກໍ່ສະໜັບສະໜູນເງິນສົດ, ເຂົ້າສານ, ທັນຍາຫານ, ສະບຽງອາຫານ, ເຄື່ອງໃຊ້ໃນຄອບຄົວ, ຊ່ວຍບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນດ່ານັ້ງ. ທ່ານ ເລວັນມິງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ໃນໂອກາດບຸນເຕັດນີ້, ການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມແມ່ນມີຄວາມໝາຍວັດທະນະທຳມະນຸດ, ເປັນການລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນເມື່ອບຸນເຕັດວຽນມາ ແລະ ກໍ່ແມ່ນການປະກອບສ່ວນໃຫ້ແກ່ພໍ່ແມ່ປະຊາຊົນມີເງິນ, ທັນຍາຫານຕື່ມອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ