( vovworld ) –ຕອນເຊົ້າວັນທີ 28/2, ຢູ່ຮ່າໂນ້ຍ, ຄະນະສາສະໜາລັດຖະບານໄດ້ຈັດກອງປະຊຸມສະຫລຸບປີ 2011, ຜັນຂະຫຍາຍໜ້າທີ່ປີ 2012. ກອງປະຊຸມກໍຈັດການສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບບາງວຽກງານສຳລັບສາສະໜາຂ່າວປະເສີດ,ສະຫລຸບການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບທີ່ດິນທີ່ກ່ຽວຂ້ອງເຖິງສາສະໜາ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໃນປີ 2011, ບັນດາການເຄື່ອນໄຫວຂອງສາສະໜາກໍ່ໄດ້ຮັບການປະຕິບັດເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີກໍຢ້ຳຄືນທັດສະນະຂອງພັກ ແລະ ລັດຫວຽດນາມ ນັ້ນແມ່ນສາສະໜາໄດ້ຮັບການເຄື່ອນໄຫວໂດຍເສລີ ແຕ່ຕ້ອງນອນໃນຂອບເຂດຂອງກົດໝາຍ. ສຳລັບບັນຫາທີ່ດິນ ເຮືອນຢູ່ທີ່ກ່ຽວຂ້ອງເຖິງສາສະໜາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ທ້ອງຖິ່ນຕ່າງໆຕ້ອງສະຖິຕິສະພາບການທີ່ດິນ ເຮືອນຢູ່ ທີ່ກ່ຽວຂ້ອງເຖິງສາສະໜາຢ່າງທັນການ ແລະ ລາຍງານຕໍ່ນາຍົກລັດຖະມົນຕີເປັນປະຈຳ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເວົ້າວ່າ:
“ໃນການວາງແຜນກຳນົດພັດທະນາເສດຖະກິດ-ສັງຄົມ ກໍຕ້ອງເອົາໃຈໃສ່ເຖິງບັນດາການດຳເນີນຊີວິດດ້ານສາສະໜາ, ການເຫຼື້ອມໃສຂອງປະຊາຊົນ. ພວກເຮົາຕ້ອງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນ ເພື່ອໃຫ້ເຂົາເຈົ້າມີບ່ອນດຳເນີນຊີວິດ ເຫຼື້ອມໃສສາສະໜາ“.