ຜັນຂະຫຍາຍ ໂຄງການດຳເນີນງານຂອງລັດຖະບານ ກ່ຽວກັບຖະແຫລງຂ່າວຕ່າງປະເທດໄລຍະ2013-2020
Ngoc Anh -  
ທ່ານຫງວຽນບັກຊອນກ່າວຄຳເຫັນທີ່ກອງປະຊຸມ
(ພາບ:vov.vn)
(vovworld)- ຕອນເຊົ້າວັນທີ 26/6, ຢູ່ຮ່າໂນ້ຍ, ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍໂຄງການດຳເນີນງານຂອງລັດຖະບານກ່ຽວກັບຖະແຫລງຂ່າວຕ່າງປະເທດໄລຍະ 2013-2020 ຊື່ງມີບັນດາຈຸດໝາຍຄື: ສ້າງການຫັນປ່ຽນອັນເປັນພື້ນຖານໃນວຽກງານຄຸ້ມຄອງລັດກ່ຽວກັບວຽກງານຖະແຫລງຂ່າວຕ່າງປະເທດ ແລະ ການເຄື່ອນໄຫວຖະແຫລງຂ່າວຕ່າງປະເທດ; ເພີ່ມທະວີການປະສານສົມທົບກັນໃນວຽກງານຖະແຫລງຂ່າວຕ່າງປະເທດ, ຍູ້ແຮງການໂຄສະນາພາບພົດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ໃນໂລກ. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານຫງວຽນບັກຊອນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ຊີ້ແຈ້ງວ່າ:
“ພວກເຮົາຕ້ອງສືບຕໍ່ຊາບຊືມມະຕິຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ຈະສົມທົບກັບຄະນະຊີ້ນຳກ່ຽວກັບຖະແຫລງຂ່າວຕ່າງປະເທດແຫ່ງຊາດ ເພື່ອສ້າງແຜນການປະຕິບັດວຽກງານຖະແຫລງຂ່າວຕ່າງປະເທດປີ 2014. ທີສອງແມ່ນ, ສ້າງໂຄງການດຳເນີນງານຂອງກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ກ່ຽວກັບຖະແຫລງຂ່າວຕ່າງປະເທດໄລຍະ 2013-2020. ທີສາມແມ່ນສືບຕໍ່ແນະນຳບັນດາແຂວງ, ນະຄອນ ແລະ ກະຊວງ, ຂະແໜງການຕ່າງໆ ຜັນຂະຫຍາຍໂຄງການດຳເນີນງານຂອງລັດຖະບານກ່ຽວກັບຖະແຫລງຂ່າວຕ່າງປະເທດໄລຍະ 2013-2020”
Ngoc Anh