ຜັນຂະຫຍາຍການສົມທົບກັນໃນວຽກງານການຕ່າງປະເທດລະຫວ່າງພັກ, ລັດ ແລະ ສະພາແຫ່ງຊາດ

ຜັນຂະຫຍາຍການສົມທົບກັນໃນວຽກງານການຕ່າງປະເທດລະຫວ່າງພັກ, ລັດ ແລະ ສະພາແຫ່ງຊາດ - ảnh 1
ຜັນ​ຂະຫຍາຍການ​ສົມທົບກັນ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​
ລະຫວ່າງ​ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ
(ພາບ: VGP)

(vovworld) – ວັນ​ທີ 12/03, ຢູ່​ຮ່າ​ໂນ້ຍ, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ກຳມະການ​ການ​ຕ່າງປະ​ເທດ​ສູນ​ກາງ, ກຳ​ມະ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ການ​ເຮັດ​ວຽກ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ວຽກ​ງາ​ນສົມທົບ​ກັນ​ໃນ​ປີ 2014, ຜັນ​ຂະຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ປີ 2015.

        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ເນັ້ນ​ໜັກ​ວ່າ: ການ​ສົມທົບ​ກັນຢ່າງ​ຄົບ​ຊຸດ​ລະຫວ່າງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ຕ່າງປະ​ເທດ​ຂອງ​ລັດ, ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ, ການ​​ຕ່າງປະ​ເທດ​ປະຊາຊົນ, ​ໃນ​ນັ້ນ​ ​ມີ​ບົດບາດ​ສຳຄັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ, ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ໄດ​​້ປະກອບສ່ວນ​ສຳ​ຄັນ​ໃນການເປັນ​ເຈົ້າ​ການຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ​ຊາດຢ່າງ​​ຕັ້ງໜ້າ, ປະຕິບັດ​ສຳ​ເລັດ​ບັນດາ​ໜ້າ​ທີ່​ເຊິ່ງພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ​ມອບ​ໝາຍ​ໃຫ້, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​​ໃນ​ປີ 2014. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າມບິ່ງ​ມິ​ງ ສະ​ເໜີ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ, ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ກວ່າ​ອີກ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ