ຜັນຂະຫຍາຍຂໍ້ຕົກລົງຫນູນຊ່ວຍ, ຮັບມືກັບໄພນ້ຳຖ້ວມ

ຜັນຂະຫຍາຍຂໍ້ຕົກລົງຫນູນຊ່ວຍ, ຮັບມືກັບໄພນ້ຳຖ້ວມ - ảnh 1
ໄພນ້ຳຖ້ວມເຄີຍເກີດຂຶ້ນຢູ່ພາກກາງຫວຽດນາມ
ພາບ:internet


(vovworld) -  ​​ຕອນ​ເຊົ້າ​ວັນ​ທີ 3/8 ຢູ່ ​ແຂວງ Quang Binh, ກະຊວງ​ກໍ່ສ້າງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ນາຍົກລັດ​ຖະມົນຕີ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ທົດ​ລອງ​ມາດ​ຕະການ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ ຍົກ​ສູງຄວາມ​ ປອດ​ໄພ​ດ້ານ​ເຮືອນຢູ່, ຮັບ​ມື​ກັບ​ໄພ​ນ້ຳ​ຖ້ວມ​ຢູ່​ທາງ​ທິດ​ເຫນືອ​ພາກ​ກາງ ​ແລະ ​ເຂດ​ແຄມ​ທ​ະ​ເລ​ພາກ​ກາງ ຫວຽດນາມ. ​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ທົດ​ລອງ​​ນັບ​ແຕ່​ນີ້​ຮອດ​ໝົດ​ເດືອນ 03/2013 ຢູ່ 14 ຕາ​ແສງ ຂອງ 7 ​ແຂວງ ທາງ​ກາງ​ຫວຽດນາມ. ທ່ານ Nguyen Tran Nam ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກໍ່ສ້າງ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ກະຊວງ​ກໍ່ສ້າງ​ໄດ້​ສະ​​ເຫ​ນີບັນດາ​ມາດ​ຕະການ, ຮູ​ບ​ແບບ ກໍ​ຄືບ​ັນດາ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ປະຕິບັດ​ໂຄງການ​ນີ້. ຕໍ່ຫນ້າ​ສະພາບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ວ່ອງ​ໄວ ​ແລະ ຍາກ​ທີ່​ຄາດ​ຄະ​ເນ​ໄດ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຊີ້​ນຳ​ຄວນ​ດຳ​ເນີນ​ທົດ​ລອງ​ກ່ອນ​ຜັນ​ຂະຫຍາຍ​ອອກ​ສູ່​ວົງ​ກວ້າງ ​ເພື່ອ​ໃຫ້​ປະຊາຊົນ​ໃນ​ເຂດ​ທີ່​ເຄີຍ​ຖືກ​ຜົນ​ສະທ້ອນ​ຈາກ​ໄພ​ນ້ຳ​ຖ້ວມ​ໄດ້​ຮັບ​ການ​ຍົກ​ສູງ​ຄວາມປອດ​ໄພ​ດ້ານ​ເຮືອນ​ຢູ່ ​ແລະ ຊີວິດ​ອີ​ນຊີ, ຊ່ວຍ​​​ໃຫ້ເຂົາ​ເຈົ້າ​ມີ​ຊີວິດ​, ເຮືອນ​ຢູ່ ປອດ​ໄພ, ​ເປັນ​ປົກກະຕິ​”

 



ຂ່າວ/ບົດ​ອື່ນ