ເອົາໃຈໃສ່ໃນການຈັດຕັ້ງບຸນປີໃໝ່ປະຈຳຊາດ ໝາຍເຖິງບຸນເຕັດໃຫ້ແກ່ຜູ້ທຸກຍາກ, ຜູ້ມີລາຍຮັບຕ່ຳ ແມ່ນມູນເຊື້ອຂອງຊາດຫວຽດນາມໃນທຸກປີທີ່ບຸນເຕັດວຽນມາ. ໃນຊຸມມື້ນີ້, ຫຼາຍທ້ອງຖິ່ນໃນທົ່ວປະເທດ ພວມຜັນຂະຫຍາຍບັນດາການເຄື່ອນໄຫວນີ້ເປັນຢ່າງດີ. ດ້ວຍຈຸດໝາຍ “ຮັບປະກັນໃຫ້ທຸກຄອບຄົວໄດ້ຕ້ອນຮັບບຸນເຕັດ” ນັ້ນ, ຄະນະກຳມະການ ປະຊາຊົນນະຄອນດ່ານັງ ໄດ້ສະຫງວນເງິນຈຳນວນເກືອບ 20 ຕື້ດົ່ງເພື່ອລົງຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ເກືອບ 7000 ຄອບຄົວທຸກຍາກ ແລະບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ. ສ່ວນ ຄະນະກຳມະການ ປະຊາຊົນແຂວງກອນຕູມຫາກໍຕົກລົງສະຫງວນຈຳນວນເງິນກ່ວາ 3 ຕື້ 200 ລ້ານດົ່ງເພື່ອເອົາໃຈໃສ່ເບີ່ງແຍງໃຫ້ບັນດາເປົ້າໝາຍໄດ້ຊົມໃຊ້ສະຫວັດດີການສັງຄົມຢູ່ທ້ອງຖິ່ນ. ນອກຈາກນັ້ນແລ້ວ, ທາງແຂວງກໍສະຫງວນເງິນຈຳນວນນັບຮ້ອຍລ້ານດົ່ງ ເພື່ອລົງຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ກ່ວາ 70 ຄອບຄົວທະຫານເສຍອົງຄະ, ນັກຮົບ ເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ… ທ່ານຫງວຽນຈູງທ້ວນ ຮອງຫົວໜ້າພະແນກແຮງງານ ທະຫານເສຍອົງຄະ ແລະສັງຄົມແຂວງກອນຕູມໃຫ້ຮູ້ວ່າ:
“ທາງພະແນກໄດ້ເປັນທີ່ປຶກສາໃຫ້ຄະນະກຳມະການປະຊາຊົນແຂວງ ເພື່ອມີແຜນການລົງຢື້ຢາມຖາມຂ່າວ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ບັນດາເປົ້າໝາຍທຸກຍາກ. ພະແນກກໍມີແຜນການໂດຍຜ່ານບັນດາຫ້ອງການແຮງງານ ທະຫານເສຍອົງຄະ ແລະສັງຄົມເມືອງ, ນະຄອນ ເພື່ອເປັນເສນາທິການໃຫ້ຄະນະກຳມະການປະຊາຊົນເມືອງ, ນະຄອນ ເພື່ອມີແຜນການລົງຢ້ຽມຢາມເປົ້າໝາຍຕ່າງໆ, ຮັບປະກັນບັນດາລະບອບບຸລິມະສິດ, ນະໂຍບາຍຂອງລັດໃຫ້ແກ່ເຂົາເຈົ້າ ກ່ອນບຸນເຕັດ”.