ຜັນ​ຂະຫຍາຍມາດ ​ຕະການ​ນຳ​ໃຊ້​ເຕັກ​ໂນ​ໂລ​ ຊີ​ຂໍ້​ມູນ​ຂ່າວສານ ​ໃນ​ອົງການ​ຂອງ​ລັດ

ຜັນ​ຂະຫຍາຍມາດ ​ຕະການ​ນຳ​ໃຊ້​ເຕັກ​ໂນ​ໂລ​ ຊີ​ຂໍ້​ມູນ​ຂ່າວສານ ​ໃນ​ອົງການ​ຂອງ​ລັດ - ảnh 1

(ພາບ:binhthuantv.vnbinhthuantv.vn)

(TTX)- ວັນ​ທີ 11/10,  ຢູ່​ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ຈັດ​ວາລະ​ປະຊຸມ​ຂອງ​ສະພາ​ຜູ້ອຳນວຍການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານອົງການ​ແຫ່ງ​ລັດ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ ​ແລະ ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ບັນດາ​ມາດ​ຕະການເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານສະຫງວນ​ໃຫ້​ແກ່​ລັດຖະບານ​ເອ​ເລກ​ໂຕ​ນິກ. ​ໃນ​ວາລະ​ປະຊຸມ, ບັນດາ​ການ​ນຳເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານສຸມ​ໃສ່​ແລກປ່ຽນ 2 ບັນຫາ​ຕົ້ນຕໍ​ຄື: ຜັນ​ຂະຫຍາຍ​ບັນດາ​ໂຄງການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຢ່າງ​ມີ​ປະສິດທິ​ຜົນ, ຄວາມ​ຫຍຸ້ງຍາກ​ໃນ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ, ບັນດາ​ລະບົບ​ຂໍ້​ມູນ​ຂ່າວສານ ​ແລະ ຖານ​ຂໍ້​ມູນ​ແຫ່ງ​ຊາດ. ທີ່​ການ​ໂອ້​ລົມ​ສົນທະນາກ່ຽວ​ກັບ​ບັນດາ​ມາດ​ຕະການເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານສະຫງວນ​ໃຫ້​ແກ່​ລັດຖະບານ​ເອກ​ເລກ​ໂຕ​ນິກ, ບັນດາ​ວິ​ສາ​ຫະກິດ​ໃຫ່ຍກ່ຽວ​ກັບເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ໂລກ​ຄື: HP, Intel, Microsoft…ກໍ່​ໄດ້​ແບ່ງປັນ​ຫຼາຍ​ມາດ​ຕະການເຕັກ​ໂນ​ໂລ​ຊີ​​ໃໝ່, ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ປະກອບສ່ວນ​ຍູ້​ໄວ​ການ​ຜັນ​ຂະຫຍາຍ​ລັດຖະບານ​ເອ​ເລກ​ໂຕ​ນິກຢູ່​ຫວຽດນາມ.

 

 

 

ຂ່າວ/ບົດ​ອື່ນ