ຜັນຂະຫຍາຍລະບົບຜ່ານດ່ານພາສີອາຊຽນ ຢ່າງເປັນທາງການ

(VOVWORLD) -ການຜັນຂະຫຍາຍ ACTS ໄດ້ສວມບົດບາດສຳຄັນໃນການສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າຢ່າງຕໍ່ເນື່ອງໃນພາກພື້ນ.

ຜັນຂະຫຍາຍລະບົບຜ່ານດ່ານພາສີອາຊຽນ ຢ່າງເປັນທາງການ - ảnh 1 ລະບົບຜ່ານດ່ານພາສີອາຊຽນ (ACTS) ໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການ

(ພາບ: ASEAN)

ລະບົບຜ່ານດ່ານພາສີອາຊຽນ (ACTS) ໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການ, ຊ່ວຍຫຼຸດຜ່ອນບັນດາສິ່ງທ້າທາຍດ້ານການຄ້າຢູ່ພາຍໃນກຸ່ມ ແລະ ອະນຸຍາດໃຫ້ບັນດາວິສາຫະກິດໄດ້ຮັບຜົນປະໂຫຍດຢ່າງຄົບຖ້ວນຈາກປະຊາຄົມເສດຖະກິດອາຊຽນ (AEC). ກ່າວຄຳເຫັນທີ່ພິທີເຊິ່ງໄດ້ຈັດຂຶ້ນໃນວັນທີ 30 ພະຈິກ, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ຢືນຢັນວ່າ, ການຜັນຂະຫຍາຍ ACTS ໄດ້ສວມບົດບາດສຳຄັນໃນການສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າຢ່າງຕໍ່ເນື່ອງໃນພາກພື້ນ. ທ່ານເລຂາທິການໃຫຍ່ອາຊຽນ ກໍ່ສະແດງຄວາມເຊື່ອໝັ້ນວ່າ ລະບົບນີ້ຈະແມ່ນເຄື່ອງມືທີ່ດີເພື່ອຊ່ວຍເພີ່ມທະວີເຄືອຂ່າຍການຄ້າ ແລະ ການຜະລິດຂອງອາຊຽນ, ກໍ່ຄືສ້າງຕະຫຼາດເປັນເອກະພາບກວ່າໃຫ້ແກ່ບັນດາວິສາຫະກິດ ແລະ ຜູ້ບໍລິໂພກອຸປະໂພກ.

ຕອບກັບ

ຂ່າວ/ບົດ​ອື່ນ