ຜັນຂະຫຍາຍໂຄງການຫລຸດຜ່ອນຄວາມທຸກຍາກໃຫ້ເຂດໄຕງວຽນ ປີ 2015
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 24/4, ຢູ່ນະຄອນ ຕາມກີ, ແຂວງ ກວາງນາມ, ຄະນະຄຸ້ມຄອງໂຄງການຫລຸດຜ່ອນຄວາມທຸກຍາກໃຫ້ເຂດໄຕງວຽນ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍແຜນການ ປີ 2015 ໃຫ້ພະນັກງານຂັ້ນເມືອງ ແລະ ຕາແສງ ທີ່ນອນໃນເຂດຮັບຜົນປະໂຫຍດຂອງໂຄງການ. ໂຄງການຫລຸດຜ່ອນຄວາມທຸກຍາກໃຫ້ເຂດໄຕງວຽນ ໄດ້ປະຕິບັດແຕ່ ປີ 2014 ເຖິງ ປີ 2019 ຢູ່ 130 ຕາແສງ ຂຶ້ນກັບ 26 ເມືອງ ຂອງ 6 ແຂວງ: ດັກລັກ, ດັກນົງ, ຢາລາຍ, ກອນຕຸມ, ກວາງຫງາຍ ແລະ ກວາງນາມ ດ້ວຍຈຳນວນເງິນລົງທຶນ 165 ລ້ານ USD, ຈາກແຫຼ່ງທຶນງົບປະມານ ແລະ ທຶນກູ້ຢືມ ODA ຂອງທະນາຄານໂລກ. ໂຄງການແນໃສ່ຍົກສູງລະດັບຄອງຊີບ ຜ່ານການປັບປຸງ ແລະ ພັດທະນາຊີວິດການເປັນຢູ່ໃຫ້ປະຊາຊົນ ບັນດາຕາແສງທີ່ທຸກຍາກແບບຢືນຍົງ, ພັດທະນາພື້ນຖານໂຄງລ່າງ ຂັ້ນຕາແສງ ແລະ ບ້ານ. ຢູ່ແຂວງ ກວາງນາມ, ໂຄງການໄດ້ຜັນຂະຫຍາຍຢູ່ 15 ຕາແສງ ຂອງ 3 ເມືອງຄື: ນາມຈ່າມີ, ຟືກເຊີນ ແລະ ນາມຢາງ. ໃນປີນີ້ ໂຄງການຫລຸດຜ່ອນຄວາມທຸກຍາກຈະໄດ້ລົງທຶນກໍ່ສ້າງກິດຈະກຳພື້ນຖານໂຄງລ່າງ 30 ແຫ່ງ ຢູ່ແຂວງ ກວາງນາມ.