ຜູ້ບັນຊາກອງທັບເຮືອ ຫວຽດນາມ ຕ້ອນຮັບຜູ້ບັນຊາກອງທັບເຮືອ ຟີລິບປີນ

(VOVWORLD) - ວັນທີ 15 ສິງຫາ, ທີ່ນະຄອນ ຫາຍຟ່ອງ, ຄະນະປະຕິບັດງານໂດຍພົນເຮືອເອກ Ronald Joseph Mercado ຜູ້ບັນຊາກອງທັບເຮືອ ຟີລິບປີນ ເປັນຫົວໜ້າຄະນະມາຢ້ຽມຢາມ ຫວຽດນາມ ແລະ ເຮັດວຽກກັບກອງທັບເຮືອ ຫວຽດນາມ. 
ຜູ້ບັນຊາກອງທັບເຮືອ ຫວຽດນາມ ຕ້ອນຮັບຜູ້ບັນຊາກອງທັບເຮືອ ຟີລິບປີນ - ảnh 1ພົນເຮືອຕີ ຟ້າມຮ່ວາຍນາມ ແລະ  ພົນເຮືອເອກ Ronald Joseph Mercado

ພົນເຮືອຕີ ຟ້າມຮ່ວາຍນາມ ຜູ້ບັນຊາກອງທັບເຮືອເປັນປະທານໃນການຕ້ອນຮັບ. ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນ, ປຶກສາຫາລືບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ພົນເຮືອຕີ ຟ້າມຮ່ວາຍນາມຕີລາຄາສູງການມາຢ້ຽມຢາມ ຫວຽດນາມ ຂອງຜູ້ບັນຊາກອງທັບເຮືອ ຟີລິບປີນ, ການຢ້ຽມຢາມແມ່ນ ເພື່ອແນໃສ່ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບເຮືອ ແລະ ປະຊາຊົນ 2 ປະເທດ. ຜູ້ບັນຊາກອງທັບເຮືອ ຫວຽດນາມ ຟ້າມຮ່ວາຍນາມ ປາດຖະໜາວ່າ ໃນໄລຍະຈະມາເຖິງ ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຟີລິບປີນ ເວົ້າລວມ, ແລະ ລະຫວ່າງກຳລັງກອງທັບເຮືອ 2 ປະເທດເວົ້າສະເພາະ ຈະຖືກຍົກຂຶ້ນສູ່ລະດັບສູງໃໝ່; ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື ເພື່ອຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບໃນພາກພື້ນ, ຊ່ວຍຊາວປະມົງມີຄວາມອຸ່ນອ່ຽງໃຈທຳມາຫາກິນຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ