ຜູ້ມີສິດເລືອກຕັ້ງ ອາເມລິກາ ນັບລ້ານໆຄົນ ໄປປ່ອນບັດໃນການເລືອກຕັ້ງກາງສະໄໝ

(VOVWORLD) -ຄວາມສາມາດຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນປີ 2020 ຈະມາເຖິງຂອງທ່ານ Donald Trump ກໍຈະຖືກຮັດແຄບເຂົ້າຫຼາຍພໍສົມຄວນ

ວັນທີ 6 ຕຸລາ, ແມ່ນວັນດໍາເນີນການປ່ອນບັດເລືອກຕັ້ງກາງສະໄໝຂອງສະພາແຫ່ງຊາດ ອາເມລິກາ ຢ່າງເປັນທາງການ. ບັນດາສະຖານທີ່ປ່ອນບັດເລືອກຕັ້ງຢູ່ລັດບາງແຫ່ງ ໄດ້ເລີ່ມເປີດປະຕູ ແລະປະຊາຊົນມີເວລາປະມານ 12 ຊົ່ວໂມງເພື່ອມາປ່ອນບັດ. ຜົນຂອງການປ່ອນບັດເລືອກຕັ້ງຈະໄດ້ປະກາດໃນທ້າຍວັນດຽວກັນ.

        ທີ່ການປ່ອນບັດເລືອກຕັ້ງປີນີ້, ຜູ້ມີສິດເລືອກຕັ້ງ ອາເມລິກາ ຈະເລືອກຕັ້ງສະມາຊິກສະພາຕໍ່າຈໍານວນ 435 ທີ່ນັ່ງ, ສະມາຊິກສະພາສູງ 35/100 ທີ່ນັ່ງ, ຜູ້ວ່າການລັດ ແລະ ເຂດແຄວ້ນ 39 ທີ່ນັ່ງ. ຖ້າຫາກພັກປະຊາທິປະໄຕ ຍາດໄດ້ສິດຄວບຄຸມທັງສະພາຕໍ່າ ແລະ ສະພາສູງ ອາເມລິກາ ແລ້ວ ໂຄງການດໍາເນີນງານ ກໍຄືບັນດານະໂຍບາຍ ສ່ວນຫຼາຍຂອງທ່ານປະທານາທິບໍດີ Donald Trump ຈະຢືນຢູ່ຕໍ່ໜ້າຄວາມສ່ຽງຖືກຢຸດສະງັກ ຫຼື ຕ້ອງດັດປັບຫຼາຍຢ່າງ ຈຶ່ງສາມາດກາຍເປັນຄວາມຈິງໄດ້. ບໍ່ພຽງແຕ່ເທົ່ານັ້ນ, ຄວາມສາມາດຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນປີ 2020 ຈະມາເຖິງຂອງທ່ານ Donald Trump ກໍຈະຖືກຮັດແຄບເຂົ້າຫຼາຍພໍສົມຄວນ.


ຕອບກັບ

ຂ່າວ/ບົດ​ອື່ນ