(vovworld) – ແຕ່ວັນທີ 6 – 8/5, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ແຂວງ ກວາງຈີ້ ມີການພົບປະກັບຜູ້ມີສິດເລືອກຕັ້ງກ່ອນກອງປະຊຸມຄັ້ງທີ 5 ຢູ່ບັນດາເມືອງ, ຕາແສງໃນແຂວງ. ທີ່ການພົບປະຄັ້ງຕ່າງໆ, ຜູ້ມີສິດເລືອກຕັ້ງສະແດງຄວາມເບິກບານມ່ວນຊື່ນ ແລະ ມີຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມຈະມາເຖິງຂອງສະພາແຫ່ງຊາດ. ບັນດາຜູ້ມີສິດເລືອກຕັ້ງແຂວງ ກວາງຈີ້ ໄດ້ສະເໜີຕໍ່ສະພາແຫ່ງຊາດສຸມໃສ່ພິຈາລະນາບັນດາເນື້ອໃນສຳຄັນຄື: ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຍູ້ໄວລະດັບພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ຮັບປະກັນຊີວິດສັງຄົມ. ໃນການພົບປະຄັ້ງຕ່າງໆກັບຜູ້ມີສິດເລືອກຕັ້ງແຂວງ ນິນຖ້ວນ, ຜູ້ມີສິດເລືອກຕັ້ງ ປາຖະໜາວ່າ ສະພາແຫ່ງຊາດເອົາໃຈໃສ່ກ່ວາອີກເຖິງການຜະລິດ ແລະ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊົນເຜົ່າເຂດພູດອຍ, ລົງທຶນໃຫ້ບັນດາຕາແສງໃນເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຍົກສູງລະດັບສຸກສາລາ ແລະ ໜູນຊ່ວຍການສ້ອມແປງເຮືອນຢູ່. ໃນຂະນະນັ້ນ, ຢູ່ແຂວງ ບິນເຟືອກ, ຜູ້ມີສິດເລືອກຕັ້ງສະເໜີກັບຄະນະສະມາຊິກສະພາແຫ່ງຊາດ ແຂວງກ່ຽວກັບການສະໜອງທີ່ດິນປູກຝັງຄືນໃໝ່, ທີ່ດິນຕັ້ງຖິ່ນຖານຄົງທີ່ໃຫ້ແກ່ປະຊາຊົນ, ເລື່ອງສະໜອງໃບຢັ້ງຢືນສິດນຳໃຊ້ທີ່ດິນ ແລະ ແກ້ໄຂການພິດພາດທີ່ດິນ.