ຜູ້ມີສິດເລືອກຕັ້ງອາເມລິກາສ່ວນຫຼາຍສະໜັບສະໜູນການລົບລ້າງຄຳສັ່ງຂວ້ຳບາດຕ້ານກູບາ
(ພາບປະກອບຈາກ AP)
|
(vovworld) – ຕາມໝາກຜົນຂອງການຢັ່ງຫາງສຽງ ທີ່ປະກາດເມື່ອວັນທີ 12/3, ຜູ້ມີສິດເລືອກຕັ້ງ ອາເມລິກາ 64% ສະໜັບສະໜູນເລື່ອງຢຸດຕິການປິດລ້ອມ, ຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນຂອງປະເທດນີ້ ຕ້ານ ກູບາ, ເຊິ່ງໄດ້ແກ່ຍາວກ່ວາເຄິ່ງສະຕະວັດທີ່ຜ່ານມາ. ການຢັ່ງຫາງສຽງໂດຍບໍລິສັດ Benenson Strategy Group ແລະ SKDKnickerbocker ດຳເນີນ ສະແດງໃຫ້ເຫັນວ່າອັດຕາຜູ້ສະໜັບສະໜູນການລົບລ້າງນະໂຍບາຍທີ່ເປັນປໍລະປັກ ດັ່ງກ່າວກວມອັດຕາສ່ວນຫຼາຍໃນຈຳນວນຜູ້ມີສິດເລືອກຕັ້ງຂອງທັງ 2 ພັກ: 74% ຂອງພັກປະຊາທິປະໄຕ ແລະ 51% ຂອງພັກສາທາລະນະ, ໃນນັ້ນ ອັດຕາດັ່ງກ່າວນີ້ສຳລັບຜູ້ມີສິດເລືອກຕັ້ງຝ່າຍເປັນກາງແມ່ນ 64%. ໝາກຜົນຂອງການຢັ່ງຫາງສຽງກໍ່ສະແດງໃຫ້ເຫັນວ່າ: 71% ໃນຈຳນວນ 32.000 ຜູ້ຖືກຖາມ ຖືວ່າ: ບັນດາການປ່ຽນແປງຜ່ານມາໃນນະໂຍບາຍຂອງ ວໍຊິງຕັນ ສຳລັບ ລາຮາວານ ແມ່ນເພື່ອຊອກຫາ “ສິດຜົນປະໂຫຍດອັນໃຫຍ່ຫຼວງກ່ວາໃຫ້ ອາເມລິກາ ແລະ ປະຊາຊົນ ກູບາ”, ໃນນັ້ນມີພຽງ 29% ຖືວ່ານັ້ນແມ່ນການຜ່ອນສັ້ນຜ່ອນຍາວ.