ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ

(VOVWORLD) -  ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ແລະ ພັນລະຍາ ໄດ້ດຳເນີນໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງແຮງ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ຕອນບ່າຍວັນທີ 23 ພຶດສະພາ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 23 – 26 ພຶດສະພາ.

        ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ແລະ ພັນລະຍາ ໄດ້ດຳເນີນໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງແຮງ ແລະ ມີບາດກ້າວບຸກທະລຸຫຼາຍຢ່າງໄດ້ຍົກຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ 2018. ການຢ້ຽມຢາມເປັນການ ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ໃນນັ້ນ, ຖືເປັນສຳຄັນເລື່ອງຊຸກຍູ້ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ -  ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ