(vovworld) – ວັນທີ 23/6, ທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ອົງການ UNESCO ມີການຢ້ຽມຢາມ ແລະ ເຮັກວຽກຢູ່ ແຂວງ ເທື່ອທຽນເຫ້ວ. ທີ່ການຕ້ອນຮັບທ່ານນາງ Irina Bokova, ທ່ານ ຫງວຽນວັນກາວ, ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ ເຫ້ວ, ຂໍຂອບອົກຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອ ແລະ ການຮ່ວມມືຂອງ UNESCO ທີ່ມີຕໍ່ແຂວງ ເທື່ອທຽນເຫ້ວ ໃນຊຸມປີຜ່ານມາ. ທ່ານຢືນຢັນການຢ້ຽມຢາມຂອງທ່ານນາງ Irina Bokova ມີຄວາມໝາຍສຳຄັນພິເສດ ເມື່ອແຂວງ ເທື່ອທຽນເຫ້ວ ພວມກະກຽມສະເຫຼີມສະຫຼອງ 20 ປີແຫ່ງວັນກຸ່ມປູຊະນີຍະສະຖານ ກຸ້ງເກົ່າ ເຫ້ວ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳ ໂລກ, 10 ປີແຫ່ງດົນຕີໃນພະລາດສະວັງ ຫວຽດນາມ ໄດ້ຮັບການຮັບຮອງວ່າເປັນມໍລະດົກບໍ່ມີຮູບຮ່າງຂອງມວນມະນຸດ. ທ່ານນາງ Irina Bokova ໃຫ້ຮູ້ວ່າ: ໄລຍະຈະມາເຖິງ, UNESCO ຈະສືບຕໍ່ຊ່ວຍເຫຼືອ, ຮ່ວມມື ແລະ ໜູນຊ່ວຍ ແຂວງ ເທື່ອທຽນເຫ້ວ ໃນການຮັກສາ ແລະ ປົກປັກຮັກສາບັນດາມໍລະດົກ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນຖ່າຍທອດຄວາມຮູ້ດ້ານວິຊາສະເພາະ, ແບ່ງປັນບົດຮຽນໃນການພັດທະນາແບບຍືນຍົງ.