ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບ ຜູ້ອຳນວຍການໃຫຍ່ສະຖານີໂທລະພາບ Duna ຮຸງກາຣີ
ທ່ານຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Menyhert Dobos ຜູ້ອຳນວຍການໃຫຍ່ສະຖານີໂທລະພາບ Duna ຂອງຮຸງກາຣີ
|
(vovworld)- ວັນທີ 27/11, ຢູ່ຮ່າໂນ້ຍ, ທ່ານຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Menyhert Dobos ຜູ້ອຳນວຍການໃຫຍ່ສະຖານີໂທລະພາບ Duna ຂອງຮຸງກາຣີ. ທີ່ການຕ້ອນຮັບ ທ່ານຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມສະແດງຄວາມຫວັງວ່າ 2 ຝ່າຍຈະນຳເອົາເນື້ອໃນບັນດາລາຍການຮ່ວມມືທີ່ແດຈິງ , ບັນລຸປະສິດທິຜົນ, ສະໜອງບັນດາລາຍການໂທລະພາບ, ກະຈາຍສຽງ, ດົນຕີ, ຮູບເງົາໃຫ້ແກ່ກັນເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນລະຫວ່າງປະຊາຊົນ 2 ປະເທດ, ຍົກການພົວພັນລະຫວ່າງຫວຽດນາມ-ຮຸງກາຣີຂຶ້ນສູ່ລະດັບສູງໃໝ່, ພ້ອມທັງຢືນຢັນວ່າ ໃນປິ 2015 ຈະຜັນຂະຫຍາຍການແລກປ່ຽນສາຍຮູບເງົາຢູ່ 2 ປະເທດ.
ພາຍຫຼັງພິທີຕ້ອນຮັບ ທ່ານ Menyhert Dobos ຜູ້ອຳນວຍການໃຫຍ່ສະຖານີໂທລະພາບ Duna ຂອງຮຸງກາຣີ ໄດ້ໄປຢ້ຽມຢາມສູນການສຽງ, ຢ້ຽມຢາມຊ່ອງVOV ຈະລາຈອນ ແລະ ຊ່ອງໂທລະພາບກ່ຽວກັບຂ່າວສະພາແຫ່ງຊາດ.