ການຕ້ອນຮັບໃນວັນທີ 17/10
|
(vovworld) – ຕອນບ່າຍວັນທີ 17/10, ທີ່ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ, ຖະໜົນ 58 ກວານຊື, ຮ່າໂນ້ຍ, ທ່ານ ຫງວຽນເທ໋ກິ້, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ໃຫ້ການຕ້ອນຮັບ ຄະນະນັກຂ່າວລາວ ໂດຍທ່ານ ສະຫວັນຄອນ ລາຊມຸນຕຣີ, ຮອງລັດຖະມົນຕີຊວງຖະແໜງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວລາວ ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກິ້ ຢັ້ງຢືນວ່າ: ຄະນະຜູ້ແທນນັກຂ່າວລາວ ພວມຢ້ຽມຢາມ ຫວຽດນາມ ນຳມາເຊິ່ງບັນດານ້ຳໃຈມິດຕະພາບ, ສະໜິດສະໜົມລະຫວ່າງອ້າຍນ້ອງ:
“ໂລກມີການຜັນແປໄປຢ່າງສັບສົນ, ມີການປ່ຽນແປງຢ່າງວ່ອງໄວ. ແຕ່ນ້ຳໃຈສະຫາຍ, ນ້ຳໃຈອ້າຍນ້ອງລະຫວ່າງ ລາວ ແລະ ຫວຽດນາມ ແມ່ນບໍ່ສາມາດປ່ຽນແປງໄດ້. ພວກເຮົາຕ້ອງພ້ອມກັນເພີ່ມພູນຄຸນສ້າງໃຫ້ແກ່ການພົວພັນມິດຕະພາບລະຫວ່າງ 2 ປະເທດ. ສະມາຄົມນັກຂ່າວ ລາວ ແລະ ຫວຽດນາມ ຕ້ອງມີໜ້າທີ່ນັບມື້ນັບເພີ່ມທະວີການພົວພັນນີ້ກ່ວາອີກ.”
ທ່ານ ຮອງລັດຖະມົນຕີ ສະຫວັນຄອນ ລາຊມຸນຕຣີ ຢັ້ງຢືນວ່າ: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ກຽມພ້ອມສ້າງທຸກເງື່ອນໄຂເພື່ອໃຫ້ການຮ່ວມມືນີ້ມີປະສິດທິຜົນ ແລະ ຄຸນນະພາບກ່ວາໃນໄລຍະຈະມາເຖິງ. ທ່ານ ສະຫວັນຄອນ ລາຊມຸນຕຣີ ປາດຖະໜາວ່າ, ຜ່ານການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນວິຊາສະເພາະ ແລະ ຝ່າຍ ລາວ ສາມາດຮ່ຳຮຽນເອົາບົດຮຽນຂອງ VOV ເພື່ອນຳໃຊ້ໃນວຽກງານຕົວຈິງຢ່າງມີປະສິດທິຜົນ.