ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ອວຍພອນປີໃໝ່

ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ອວຍພອນປີໃໝ່ - ảnh 1

ປີ 2011 ​ແມ່ນປີທີ່​ສະຖານ​ະການ​​ໃນໂລກ​ພວມ​ມີ​ການ​ຫັນປ່ຽນ​ຫຼາຍ​ຢ່າງ, ​ເສດຖະກິດ​ໂລກພວມ​ຢືນ​ຢູ່​ຕໍ່ໜ້າ​ໄພ​ຖືກ​ຊຸດ​ໂຊມ, ໜິ້ສິນ​ຂອງ​ລັດ​ທີ່​ຮ້າຍ​ແຮງຢູ່​ບາງ​ປະ​ເທດ​ພວມ​ພັດທະນານັ້ນ, ​ແຕ່​ຫວຽດນາມ​ບໍ່​ພຽງ​ແຕ່​ສາມາດຜ່ານ​ຜ່າ​ການ​ທົດ​ສອບ​ໄດ້​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ບາດກ້າວ​ພັດທະນາ​ອີກ​ດ້ວຍ. ​ເສດຖະກິດ​ຫວຽດນາມ​ສືບ​ຕໍ່​ເຕີບ​ໂຕ​ຢູ່​ໃນ​ລະດັບ 6,5%. ຊີວິດ​ສັງຄົມ​ມີ​ສະຖຽນ​ລະ​ພາບ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ. ປີ 2011, ຫວຽດນາມ ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​​ການຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ເປີດ​ກວ້າງ ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ​ຫັນ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍແບບ, ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ​ເທື່ອ​ລະ​ກ້າວ. ດ້ວຍແນວ ທາງ, ນະ​ໂຍບາຍ​ທີ່​ຖືກຕ້ອງ​ນັ້ນ ​ໄດ້​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ ​ແລະ ພາກ​ພື້ນ, ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ສະດວກ​ສະບາຍ​ໃຫ້​ແກ່​ການ​ຮ່ວມ​ມື​ພັດທະນາ, ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ​ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ​ໄດ້​ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ​ເກືອບ 180 ປະ​ເທດ, ​ທັງ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ບັນດາ​ອົງການ​ສາກົນ​ໃຫຍ່​ຄື: ASEAN, ASEM, APEC, ສະຫະ​ປະຊາ​ຊາດ… ການ​ຕ່າງປະ​ເທດ​ໄດ້​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ທີ່​ຕິດ​ພັນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ 4 ລ້ານ​ຄົນ ອ່ວາຍ​ເມືອ​ຫາ​ປະ​ເທດ​ຊາດ. ສຳ​ຫຼັບ​ເພື່ອນ​ມິດສາ​ກົນ​ແລ້ວ, ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ໜ້າໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຄວາມ​ສະຫງົບ ​ແລະ​ ພັດທະນາ, ຊາວ​ຫວຽດນາມ​ມີ​ຄວາມ​ສະໜິດສະໜົມ.

    ປີ 2011, ກໍ່​ແມ່ນ​ປີ​ທີ່ວິທະຍຸ​ກະຈາຍສຽງ​ ຫວຽດນາມ ສືບ​ຕໍ່ ​ເສີມ​ຂະຫຍາຍມູນ​ເຊື້ອຂອງ​ຕົນ ​ແລະ​ ພັດທະນາ. ​​ໂດຍແມ່ນ​ອົງການ​ສື່​ມວນ​ຊົນ, ດ້ວຍ​ຫຼາຍ​ຮູບ​ການ​ເຊັ່ນ: ວິທະຍຸ​ກະຈາຍສຽງ, ສື່​ສິ່ງ​ພິມ, ​ໂທລະພາບ ​ແລະ ສື່​ເອ​ເລັກ​ໂຕ​ນິກ. ວິທະຍຸ​ກະຈາຍສຽງ​ຫວຽດນາມ ສືບ​ຕໍ່​ຢັ້ງຢືນ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ວົງ​ການ​ສື່​ມວນ​ຊົນ​ຫວຽດນາມ, ​ໃນ​ພາກ​ພື້ນ ​ແລະ​ ຢູ່​ໃນ​ໂລກ. ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ປະຕິບັດ​ໜ້າ​ທີ່​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ປະຊາຊົນ​ກັບ​ລັດຖະບານ, ນຳ​ບັນດາ​ແຜນ​ນະ​ໂຍ ບາຍ, ​ແນວທາງ​ຂອງ​ພັກ ​ແລະ​ ລັດ ​ລົງ​ສູ່ປະຊາຊົນ. ບັນດາ​ລາຍການ​ຂອງ​ວິທະຍຸ​ເວົ້າ​ລວມ ​ແລະ ​ພິ​ເສດ​ແມ່ນ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ, ​ເພື່ອ​ແນະນຳ​ເຖິງ​ທ່ານ​ຜູ້​ຟັງ​ກ່ຽວ​ກັບປະ​ເທດ​ຫວຽດນາມ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ​ແມ່ນ​ຈຸດ​ນັດ​ພົບ​ທີ່​ປອດ​ໄພ, ​ແມ່ນ​ແຫ່ງ​ລົງທຶນ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ; ​ແລະ​ ຊາວ​ຫວຽດນາມ​ທີ່​ອົງອາດກ້າ​ແກ່ນ, ມີ​ຄວາມ​​ໃກ້​ສິດສະໜິດສະໜົມ ​ແລະ ຮັກ​ແພງ​ແຂກ​ຄົນ. ພິ​ເສດ, ນັບ​ແຕ່ວັນ​ທີ 15/12 ຜ່ານ​ມາ, ລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ຂອງ​​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ເປີດ​ເວັບ​ໄຊ ທາງ​ອິນ​ເຕີ​ແນ​ດ ຢ່າງ​ເປັນ​ທາງ​ການ. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ສາມາດ​ຕິດ​ຕໍ່​ພົວພັນກັບ​ທ່ານ​ຜູ້​ຟັງ ​ແລະ​ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ໄດ້. ທ່ານ​ຜູ້​ຟັງ ​ແລະ ​ຊາວ​ຫວຽດນາມ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ສາມາດ​ຮັບ​ຟັງບັນດາ​ລາຍການ​ກະຈາຍ ສຽງ​ ​ແລະ​ ອ່ານຂ່າວ, ຄໍ​ລຳ​ທີ່​ທ່ານມີ​ຄວາມ​ນິຍົມ​ໃນ​ລະບົບ​ບັນດາລາຍ ການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ຂອງວິທະຍຸ​ກະຈາຍ ສຽງ​ຫວຽດ ນາມໄດ້.

    ກ້າວ​ເຂົ້າ​ສູ່​ປີ 2012, ວິທະຍຸ​ກະຈາຍສຽງ​ ຫວຽດນາມ ຈະສືບ​ຕໍ່​ປ່ຽນ​ໃໝ່​ທາງ​ດ້ານ​ເນື້ອ​ໃນ ​ແລະ ​ຮູບ​ການສ​ອ່ງ​ແສງ ​ເພື່ອ​ໃຫ້​ບັນດາ​ລາຍການ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ນັບ​ມື້​ນັບ​​ໃກ້​ສິດ​ຕິດ​ແທດ​ກັບ​ຊີວິດ​ການ​ເປັນ​ຢູ່, ກໍ່​ຄື​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ທ່ານ​ຜູ້​ຟັງ​ແຕ່ລະຄົນ ​​ແລະ ​ເປັນທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງທ່ານ​ຜູ້​ຟັງ.

    ​ເນື່ອງ​ໃນ​ໂອກາດບຸນ​ປີ​ໃໝ່​ສາກົນ, ຕາງ​ໜ້າ​ໃຫ້​ພະນັກງານ, ນັກ​ຂ່າວວິທະຍຸ​ກະຈາຍສຽງ​ຫວຽດນາມ, ຂໍ​ອວຍພອນ​ໃຫ້​ທ່ານ​ຜູ້​ຟັງ​ ທີ່​ເປັນ​ຊາວ​ຕ່າງປະ​ເທດ ​ແລະ​ ຊາວ​ຫວຽດນາມ​ອາ​ໄສຢູ່​ຕ່າງປະ​ເທດ ຈົ່ງ​ມີ​ສຸຂະ​ພາບເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ​ ວັດທະນາ​ຖາວອນ.

ຂ່າວ/ບົດ​ອື່ນ