ຝລັ່ງຈັດຕັ້ງພິທີໄຫວ້ອາໄລລະດັບຊາດຜູ້ປະສົບເຄາະຮ້ານໃນເຫດກໍ່ການຮ້າຍຢູ່ Niceເປັນເວລາ3ວັນ
ປະເທດຝລັ່ງ ເລີ່ມຈັດຕັ້ງພິທີໄຫວ້ອາໄລລະດັບຊາດ
ມາເປັນເວລາ 3 ວັນ
(ພາບ: Reuters)
(vovworld) - ວັນທີ 16/07, ປະເທດຝລັ່ງ ເລີ່ມຈັດຕັ້ງພິທີໄຫວ້ອາໄລລະດັບຊາດ ມາເປັນເວລາ 3 ວັນ ເພື່ອອາໄລຫາ 84 ຄົນຖືກເສຍຊີວິດໃນເຫດການກໍ່ການຮ້າຍທີ່ຮ້າຍແຮງຢູ່ນະຄອນທາງພາກໃຕ້ Nice ໃນວັນທີ 14/07, ກົງກັບວັນຊາດຝລັ່ງ. ສຳນັກງານ, ຫ້ອງການຢູ່ຝລັ່ງ ທັງໝົດໄດ້ຊັກທຸງລົງເຄິ່ງເສົາ; ບັນດາການລະຫຼີ້ນກໍຖືກຢຸດຕິ. ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງຂອງຝລັ່ງ ກໍອັດປະຕູຊົ່ວຄາວ, ໃນຄະນະທີ່ການປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເພີ່ມທະວີຢູ່ເຂດເຕົ້າໂຮມຫຼາຍຄົນ. ຢູ່ລຽບຕາມຖະໜົນຫຼວງແຄມຝັ່ງທະເລ Promanede des Anglais, ຢູ່ນະຄອນພາກໃຕ້ Nice, ທຸກຄົນໄດ້ວາງດອກໄມ້, ເຄື່ອງຫຼີ້ນ, ພາບ, ຈູດທຽນ, ສະຫງວນເວລາເພື່ອອາໄລຫາບັນດາຜູ້ຖືກເສຍຊີວິດ.