ະທານາທິບໍດີ ຝລັ່ງ Francois Hollande ທີ່ພິທີອາໄລຫາ
|
(vovworld)- ວັນທີ 27/11, ພິທີດັ່ງກ່າວຖືກດຳເນີນຢ່າງສົມກຽດຢູ່ ວັງ Invalides ຢູ່ ນະຄອນຫລວງ ປາຣີ ໂດຍມີການເຂົ້າຮ່ວມຂອງປະທານາທິບໍດີ ຝລັ່ງ Francois Hollande ແລະ ອີກ 2000 ຄົນ, ໃນນັ້ນ ມີບັນດາເຈົ້າຫນ້າທີ່ ແລະ ຜູ້ຖືກບາດເຈັບຈຳນວນຫນຶ່ງໃນເຫດກໍ່ການຮ້າຍດັ່ງກ່າວ. ກ່າວຄຳເຫັນນະພິທີ, ປະທານາທິບໍດີ ຝລັ່ງ Francois Hollande ໄດ້ກ່າວປະນາມພວກກໍ່ການຮ້າຍ ພ້ອມທັງຕຳຫນິຕິຕຽນ ອົງການ ລັດ ການອິດສະລາມ IS ອ້າງຊື່ເອງ ໄດ້ກໍ່ໃຫ້ເກີດໂທດກຳດັ່ງກ່າວ. ປະທານາທິບໍດີ ຝລັ່ງ Francois Hollande ໃຫ້ຄຳໝັ້ນໝາຍ ຈະເຮັດທຸກສິ່ງທຸກຢ່າງເພື່ອດັບສູນພວກກໍ່ການຮ້າຍ.