ຝລັ່ງຢືນຢັນອີຢູບໍ່ຢາກໃຫ້ຄວາມເຄັ່ງຕຶງກັບຕວັກກີ ປີນຂັ້ນໄດ

(VOVWORLD) -ບັນດາປະເທດສະມາຊິກອີຢູ ຄວນມີຫຼັກໝັ້ນທີ່ເປັນເອກະພາບກັນກວ່າກ່ຽວກັບເລື່ອງທີ່ມີສ່ວນກ່ຽວຂ້ອງເຖິງຕວັກກີ

ຝລັ່ງຢືນຢັນອີຢູບໍ່ຢາກໃຫ້ຄວາມເຄັ່ງຕຶງກັບຕວັກກີ ປີນຂັ້ນໄດ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: Reuters)

ວັນທີ 10 ກັນຍາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ຖະແຫຼງວ່າ, ບັນດາປະເທດສະມາຊິກອີຢູ ຄວນມີຫຼັກໝັ້ນທີ່ເປັນເອກະພາບກັນກວ່າກ່ຽວກັບເລື່ອງທີ່ມີສ່ວນກ່ຽວຂ້ອງເຖິງຕວັກກີ, ເຖິງຢ່າງໃດກໍ່ຕາມ ທ່ານກໍ່ຢືນຢັນວ່າ ອີຢູ ຢາກຫຼີກລ້ຽງບໍ່ຢາກເກີດຄວາມເຄັ່ງຕຶງໃດໆກັບອານກາຣາ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ເກາະ Corsica ຂຶ້ນກັບຝລັ່ງ, ທ່ານປະທານາທິບໍດີ Macron ເນັ້ນໜັກວ່າ: ຕວັກກີ ຕ້ອງມີຄວາມຮັບຜິດຊອບຢ່າງຈະແຈ້ງແຈ້ງກ່ຽວກັບຈຸດປະສົງຂອງຕົນ.

          ໃນບົດກ່າວປາໄສວັນທີ 10 ກັນຍາ, ທ່ານຮອງລັດຖະມົນຕີການຕ່າງປະເທດເກຼັກ Miltiadis Varvitsiotis ຖືວ່າ, ບັນດາການນຳອີຢູ ຄວນຈັດວາງບັນດາມາດຕະການລົງໂທດທາງດ້ານເສດຖະກິດ “ຢ່າງເຄັ່ງຄັດ” ສຳລັບຕວັກກີ ໃນໄລຍະໃດໜຶ່ງ ຖ້າຫາກ ອານກາຣາ ບໍ່ຖອນບັນດາກ່ຳປັ່ນທະຫານ ແລະ ກ່ຳປັ່ນສຳຫຼວດອາຍແກັດຂອງປະເທດນີ້ ອອກຈາກເຂດທະເລສ.ໄຊປຼັດ

          ຕາມແຜນການແລ້ວ, ບັນດາການນຳອີຢູ ຈະຈັດກອງປະຊຸມສຸດຍອດພິເສດໃນລະຫວ່າງວັນທີ 24 – 25 ກັນຍາ ຈະມາເຖິງ ເພື່ອປຶກສາຫາລືບັນດາມາດຕະການແກ້ໄຂວິກິດການລະຫວ່າງ ໄຊປຼັດ ແລະ ຕວັກກີ ທີ່ກ່ຽວຂ້ອງເຖິງຊັບພະຍາກອນຢູ່ບໍລິເວນທຳມະຊາດທາງທິດຕາເວັນອອກທະເລເມດີເຕຣາເນ.

ຕອບກັບ

ຂ່າວ/ບົດ​ອື່ນ