ຝລັ່ງ,ສ.ເກົາຫຼີເຫັນດີເພີ່ມທະວີການພົວພັນ

(VOVWORLD) -ວັນທີ 15 ຕຸລາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ຄູ່ຕຳແໜ່ງຝລັ່ງ Emmanuel Macron ໄດ້ເຫັນດີເພີ່ມທະວີການພົວພັນ 2 ຝ່າຍ ແລະ ການຮ່ວມມື ເພື່ອແນໃສ່ປອດນິວເຄຼຍໃນແຫຼມເກົາຫຼີ ໂດຍສັນຕິວິທີ.

ຝລັ່ງ,ສ.ເກົາຫຼີເຫັນດີເພີ່ມທະວີການພົວພັນ - ảnh 1ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ຄູ່ຕຳແໜ່ງຝລັ່ງ Emmanuel Macron

(ພາບ: Yonhap)

ໃນແຈ້ງການສື່ມວນຊົນ, ທຳນຽບປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ, ໃນການພົບປະຄັ້ງສຸດຍອດເຊິ່ງດຳເນີນຢູ່ປາຣີ, ການນຳ 2 ທ່ານກໍ່ເຫັນດີເປີດກວ້າງການແລກປ່ຽນການຄ້າ ແລະ ການລົງທຶ 2 ຝ່າຍ, ພ້ອມທັງພ້ອມກັນມານະພະຍາຍາມພັດທະນາບັນດາກຳລັງໜູນເຕີບໂຕໃໝ່ໃນການປະຕິວັດອຸດສາຫະກຳ 4.0. ນອກນັ້ນ, ທ່ານປະທານາທິບໍດີ Moon Jae in ກໍ່ຊອກຫາການສະໜັບສະໜູນຂອງຝລັ່ງ ໃນຄວາມມານະພະຍາຍາມປັດເຂ່ຍຄວາມມັກໃຫຍ່ໄຝ່ສູງດ້ານນິວເຄຼຍຂອງສປປ.ເກົາຫຼີ. ທ່ານ Moon Jae in ສະເໜີໃຫ້ຝລັ່ງ ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງເຊີອຸນ ເພື່ອແນໃສ່ການປອດນິວເຄຼຍໃນແຫຼມເກົາຫຼີ ແລະ ສ້າງຕັ້ງສັນຕິພາບຢ່າງຍາວນານ.

        ສ່ວນທ່ານປະທານາທິບໍດີ Macron ໃຫ້ຄຳໝັ້ນສັນຍາວ່າ, ຝລັ່ງ ຈະສືບຕໍ່ສວມບົດບາດສ້າງສາໃນວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ