ຝລັ່ງຮັດກຸມການປ້ອງກັນຄວາມສະຫງົບຢູ່ນະຄອນຫຼວງປາຣີ

(VOVWORLD) -ວັນທີ 08 ທັນວາ, ໃນສະພາບທີ່ບັນດາການແຫ່ຂະບວນປະທ້ວງຂອງຂະບວນການ “ເສື້ອເຫຼືອງ” ກ້າວເຂົ້າສູ່ອາທິດທີ 4 ຢ່າງລຽນຕິດ

ຝລັ່ງຮັດກຸມການປ້ອງກັນຄວາມສະຫງົບຢູ່ນະຄອນຫຼວງປາຣີ - ảnh 1 ຝລັ່ງຮັດກຸມການປ້ອງກັນຄວາມສະຫງົບຢູ່ນະຄອນຫຼວງປາຣີ

(ພາບ:AFP/TTXVN)

ນັບແຕ່ຮຸ່ງເຊົ້າ, ການປ້ອງກັນຄວາມສະຫງົບຢູ່ນະຄອນຫຼວງປາຣີ ໄດ້ຮັບການຮັດກຸມ, ດ້ວຍພາລະກອນປ້ອງກັນຄວາມສະຫງົບນັບພັນຄົນ. ກຳລັງເຈົ້າໜ້າທີ່ໄດ້ປິດປະຕູທາດ Eiffel ແລະ ບັນດາເຂດທ່ອງທ່ຽວທີ່ມີຊື່ສຽງຢູ່ນະຄອນຫຼວງປາຣີ, ບັນດາຮ້ານຂາຍເຄື່ອງກໍ່ປິດປະຕູເພື່ອຫຼີກລ້ຽງການປຸ້ນຈີ້. ມີຕຳຫຼວດປະມານ 8.000 ຄົນໄດ້ຮັບການຜັນຂະຫຍາຍຢູ່ປາຣີ ເພື່ອຫຼີກລ້ຽງສະພາບສັບສົນວຸ້ນວາຍຄືໃນວັນທີ 01 ທັນວາ. ນອກຈາກນັ້ນ, ບັນດາກຳລັງປ້ອງກັນຄວາມສະຫງົບກໍ່ຜັນຂະຫຍາຍລົດຫຸ້ມເກາະ, ປິດລ້ອມບັນດາເສັ້ນທາງໃຫຍ່. ຄາດວ່າ, ທ່ານປະທານາທິບໍດີ Emmanuel Macron ຈະມີບົດກ່າວປາໄສຕໍ່ປະຊາຊົນທຸກຖ້ວນໜ້າໃນຕົ້ນອາທິດຈະມາເຖິງ.

        ຍ້ອນມີຄວາມວິຕົກກັງວົນວ່າ ການແຫ່ຂະບວນປະທ້ວງຈະກາຍເປັນການໃຊ້ຄວາມຮຸນແຮງ, ຫຼາຍປະເທດໄດ້ກ່າວເຕືອນພົນລະເມືອງຂອງປະເທດຕົນ ໃຫ້ຫຼີກລ້ຽງຈາກເຂດມີການເຕົ້າໂຮມຄົນເປັນຈຳນວນຫຼາຍ, ກໍຄືບັນດາເຂດອາດຈະເກີດການແຫ່ຂະບວນປະທ້ວງ.

ຕອບກັບ

ຂ່າວ/ບົດ​ອື່ນ