ຝລັ່ງແລະແບນຊິກຍູ້ແຮງການຂັບໄລ່ພວກກໍ່ການຮ້າຍ
(ພາບປະກອບ: AP)
(vovworld) - ວັນທີ 23/11, ຜູ້ບັນຊາການຕຳຫຼວດຝລັ່ງ Michel Cadot ໃຫ້ຮູ້ວ່າ, ບັນດາກຳລັງປ້ອງກັນຄວາມສະຫງົບປະເທດນີ້ ໄດ້ດຳເນີນການກວດກາເຂດຕ່າງໆຢູ່ນະຄອນຫຼວງປາຣີ ເກືອບ 300 ແຫ່ງນັບແຕ່ເມື່ອເກີດການບຸກໂຈມຕີທີ່ນອງເລືອດໃນຄ່ຳຄືນວັນທີ 13/11 ຜ່ານມາ. ຜູ້ບັນຊາການຕຳຫຼວດ Cadot ໃຫ້ຮູ້ວ່າ, ມີຕຳຫຼວດກວ່າ 10.200 ຄົນ ແລະ ພົນທະຫານ 6.400 ຄົນໄດ້ຮັບການຜັນຂະຫຍາຍຢູ່ບັນດາສະຖານທີ່ສາທາລະນະຄື: ສະຖານນີລົດໄຟ, ສະໜາມບິນ, ສະຖານທີ່ສາທາລະນະກວ້າງໃຫຍ່, ສຳນັກງານລັດຖະບານ, ໂຮງໝໍ… ແລະກໍໃນວັນດຽວກັນ, ພາລະກອນພາສີຄົນໜຶ່ງຖືກຜູ້ປະກອບອາວຸດຄົນໜຶ່ງຍິງເສຍຊີວິດ ໃນບັ້ນຮົບຕ້ານການຄ້າອາວຸດເຖື່ອນຂອງກຳລັງພາສີຝລັ່ງ ໃນຕອນເຊົ້າວັນທີ 23/11, ຢູ່ຖະໜົນ Saint Jean, ຂຶ້ນກັບນະຄອນ Toulon, ທາງພາກໃຕ້ຝລັ່ງ.