ຝະລັ່ງສືບຕໍ່ບຸກໂຈມຕີ ທາງອາກາດໃສ່ ກຳລັງມຸດສະລິມ ຢູ່ມາລີ

ຝະລັ່ງສືບຕໍ່ບຸກໂຈມຕີ ທາງອາກາດໃສ່ ກຳລັງມຸດສະລິມ ຢູ່ມາລີ - ảnh 1

ເຮືອບິນ​ຂອງ​ຝະລັ່ງຢູ່​ມາລີ

(ພາບ:xaluan.com)

(vovworld) -  ​ທ່ານ Jean Yves Le Drian ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຝະລັ່ງ ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ຍັງ​ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ກຳ​ລັງ​ມຸດ​ສະ​ລິ​ມປະກອບ​ອາວຸດ Ansar Dine. ວັນ​ທີ 13/1, ຕອບ​ສຳພາດຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Le Drian  ​ໃຫ້​ຮູ້​ວ່າ: ກອງທັບ​ອາກາດ​ຝະລັ່ງ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢ່າງ​ລຽນຕິດ​ເປັນ​ເວລາ 3 ວັນ​​ແນໃສ່ບັນດາ​ເປົ້າໝາຍ​ຂອງ​ທະຫານ​​ແຕກ​ທັບ​ຊາວ​ມຸດ​ສະ​ລິ​ມຢູ່​ມາລີ ພ້ອມ​ທັງ​ກ່າວ​ເຕືອນ​ວ່າ​ຈະ​ສືບ​ຕໍ່​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຄັ້ງຕ່າງໆ​ຈົນ​ເຖິງ​ເວລາ​ທີ່​ກຳລັງ​ທະຫານ​​ແຕກ​ທັບ​ຊາວ​ມຸດ​ສະ​ລິ​ມຖອນ​​ອອກ​ຈາກ​ເຂດ​ທີ່​ໄດ້​ຍຶດຄອງ. ​ໂດຍ​ພາຍ​ໃຕ້​ການ​ໜູນ​ຫຼັງ​ຂອງ​ກອງທັບ​ອາກາດ​ຝະລັ່ງ, ທະຫານ​ມາລີ​ ໄດ້​ຍຶດຄອງ​ເທດສະບານ​ເມືອງ Konna ຄືນ​ໃໝ່, ສະກັດ​ກັ້ນ​ການ​ບຸກ​ໂຈ​ຕີຂອງ​ບັນດາ​ມື​ປືນ​ຊາວ​ມຸດ​ສະ​ລິ​ມ​ໃສ່​ເທດສະບານ​ເມືອງ​ຈຸດ​ສຸມ Mopti ຊື່​ງ​ແມ່ນ​ປະຕູ​ສຳຄັນ​​ໄປ​ສູ່ພາກ​ໃຕ້​ທີ່​ຂຶ້ນ​ກັບ​ສິດ​ຄວບ​ຄຸມ​ຂອງ​ລັດຖະບານ ​ໃນ​ຂະນະ​ທີ່​ເຂດ​ພາກ​ເໜືອ​ທັງ​ໝົດ​ເກືອບ​ຄື​ວ່າ​ຂຶ້ນ​ກັບ​ສິດ​ຄວບ​ຄຸມ​ຂອງ​ກຳລັງ​ອິດສະ​ລາມ​ນັບ​ແຕ່​ການ​ລັດຖະປະຫານ​ເມື່ອ​ເດືອນ 3/2012 ທີ່​ຜ່ານ​ມາ.

ຂ່າວ/ບົດ​ອື່ນ