(ພາບ: nld.com.vn)
(vovworld)- ຕອນເຊົ້າວັນທີ 7/9, ພັກກູຊາດຝ່າຍຄ້ານກຳປູເຈຍ (CNRP) ໄດ້ຈັດການແຫ່ຂະບວນປະທ້ວງຢູ່ນະໜາມຫຼວງປະຊາທິປະໄຕ ເພື່ອຄັດຄ້ານໝາກຜົນການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ໂດຍມີການເຂົ້າຮ່ວມຂອງປະມານ 20.000 ຄົນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານ CNRP Sam Rainsy ໄດ້ຢ້ຳຄືນຈຸດປະສົງຂອງການແຫ່ຂະບວນປະທ້ວງ ແມ່ນຄັດຄ້ານໝາກຜົນການເລືອກຕັ້ງ, ທວງເອົາຄວາມຍຸດຕິທຳໃຫ້ແກ່ຜູ້ມີສິດເລືອກຕັ້ງທີ່ໄດ້ປ່ອນບັດໃຫ້ພັກຂອງທ່ານ ດ້ວຍການສ້າງຕັ້ງຄະນະກຳມະການປະສົມເອກະລາດ ໂດຍມີການເຂົ້າຮ່ວມຂອງ ສປຊ ເພື່ອສືບສວນຄຳກ່າວຫາຜິດພາດໃນການເລືອກຕັ້ງ ແຕ່ທ່ານເນັ້ນໜັກວ່າ ການແຫ່ຂະບວນກະທ້ວງຈະດຳເນີນໄປໂດຍບໍ່ໃຊ້ຄວາມຮຸນແຮງ. ໃນຂະນະນັ້ນ, ການນຳຜູ້ໜຶ່ງຂອງ CNRP, ທ່ານ Kong Krom ໄດ້ຮຽກຮ້ອງໃຫ້ພະບາດສົມເດັດດຳປູເຈຍ Norodom Sihamoni ຈົ່ງຮຽກຕົວບັນດາການນຳເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນຫຼັງການເລືອກຕັ້ງ.